ອົງປະກອບຂອງຈີນໃນງານກິລາໂອລິມປິກລະດູໜາວປັກກິ່ງປີ2022

2022-02-10 17:04:14 |ມາຈາກ:

ອົງປະກອບຂອງຈີນໃນງານກິລາໂອລິມປິກລະດູໜາວບໍ່ພຽງແຕ່ເຮັດໃຫ້ການແຂ່ງຂັນມີຄວາມໜ້າສົນໃຈຫຼາຍຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ຖ່າຍທອດວັດທະນະທຳສິລະປະຂອງຈີນ.

1.ໃນພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ, ການອອກແບບການນັບຖອຍຫລັງ ເວລາ 24 ລະດູຂອງຈີນ (ການນັບລະດູແບບດັ້ງເດີມຂອງຈີນ) ໄດ້ສະແດງໃຫ້ເຫັນການປ່ຽນແປງຂອງຈີນໃນລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ​ລະດູໜາວ, ​​ເຮັດໃຫ້ຄົນໄດ້ເຫັນຄວາມໂຣແມນຕິກຂອງປະຊາຊົນຈີນ.

2​. ໃນສະໜາມຮັອກກີ້ນ້ຳແຂງຂອງງານກິລາໂອລິມປິກລະດູໜາວ, ນວມຫົວເຂົ່າຂອງຜູ້ຮັກສາປະຕູຂອງທິມຮັອກກີ້ນ້ຳແຂງຍິງຈີນ ໄດ້ປັກແສ່ວຮູບຄູ່ມັງກອນ, ໝວກກັນກະທົບຍັງພິມດ້ວຍຮູບມັງກອນ​ແລະ​ຮູບຂອງກຳແພງເມືອງຈີນ. ນັກກິລາບໍ່ພຽງແຕ່ໄດ້ຮັບການປົກປ້ອງເທົ່ານັ້ນ, ຫາກຍັງສາມາດສະແດງໃຫ້ທົ່ວໂລກໄດ້ເຫັນມັງກອນຂອງຈີນ.

3. ໃນການແຂ່ງຂັນທັກສະອຸປະສັກທາງໜ້າຄ້ອຍ ຢູ່ສວນສະກີຢຸນດິງຊົງລີ, ການແຂ່ງຂັນສະກີ ກັບກຳແພງເມືອງຈີນ ໄດ້ປະສົມປະສານກັນຢ່າງສົມບູນແບບ, ນັກກິລາຈາກທົ່ວໂລກສາມາດສະກີເທິງ "ກຳແພງເມືອງຈີນຫິມະ".

4. ​ໃນການເຕັ້ນລຳເທິງນ້ຳກ້ອນ ແລະ ການເຕັ້ນອິດສະຫລະຂອງທິມການແຂ່ງຂັນສະເກັດລີລາ, ​ຊຸດເຄື່ອງນຸ່ງສຳລັບການແຂ່ງຂັນຂອງນັກກິລາຈີນແມ່ນນຳໃຊ້ຮູບແຕ້ມພູມສັນຖານຂອງຈີນ.

5​. ໃນງານສະກີ, ນັກກິລາຈີນເລືອກເອົາສຽງເພງຈາກຮູບເງົາຈີນ, ສົມທົບຮູບເງົາຈີນເຂົ້າກັບການແຂ່ງຂັນກິລາ.

6. ດອກໄມ້ລົງຊຽນ ແມ່ນຊໍ່ດອກໄມ້ທີ່ໃຊ້ໃນພິທີມອບລາງວັນຂອງງານກິລາໂອລິມປິກລະດູໜາວ, ຍັງແມ່ນສີໄມ້ລາຍມືມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງຈີນ, ຄົນຈີນໄດ້ນຳເອົາຄຳອວຍພອນ ແລະ ຄວາມຈິງໃຈຖັກທໍລົງໄປເທິງຊໍ່ດອກໄມ້, ຊໍ່ດອກໄມ້ທີ່ບໍ່ມີມື້ຫ່ຽວແຫ້ງກໍຄືກັບຈິດໃຈທີ່ບໍ່ມີມື້ຍອມແພ້ຂອງກິລາໂອລິມປິກ

ງານກິລາໂອລິມປິກລະດູຫນາວຄັ້ງນີ້ເຕັມໄປດ້ວຍອົງປະກອບຂອງຈີນ,ເຊິ່ງໄດ້ມອບສຳຜັດອັນເລິກເຊິ່ງຂອງຄວາມງາມແລະສິລະປະຈີນໃຫ້ກັບນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ.