ຫົວບົວລົດຊາດດີຂອງເມືອງເສີງຈຽງແຂວງຢຸນນານ

2022-02-10 17:17:09 |ມາຈາກ:

ເມືອງເສີງຈຽງແຂວງຢຸນນານມີພູມອາກາດທີ່ດີ, ຊັບພະຍາກອນນ້ຳອຸດົມສົມບູນ​ແລະ​ການປູກຫົວບົວມີປະຫວັດອັນຍາວນານ. ການປູກຫົວບົວໃນເມືອງເສີງຈຽງມີສອງແນວພັນຕົ້ນຕໍຄື ຫົວບົວ "ເຈັດຮູແລະແປດຕາ" ແລະຫົວບົວ"ຫົງຫວາຊາງທອງ".ຫົວບົວຂອງເສິງຈຽງມີລົດຊາດຫວານແລະຫອມ, ຊາວບ້ານໃນທ້ອງຖິ່ນມັກນຳເອົາຫົວບົວມາເຮັດອາຫານເຊັ່ນ ຕົ້ມຫົວບົວແລະກະດູກຂ້າງຫມູ,ຈືນເຂົ້າໜົມຫົວບົວ ແລະອາຫານແຊບອື່ນໆ.