ເມືອງຢົງເລິນແຂວງຢຸນນານ: "ບຸນແຂ່ງຂັນເສື້ອຜ້າ" ຢູ່ເມືອງຊົນເຜົ່າຢີ

2022-02-17 17:37:35 |ມາຈາກ:

ວັນທີ 15 ກຸມພາ, ຊາວຊົນເຜົ່າຢີ ເມືອງຢົງເລີນກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊູຊົງ ແຂວງຢຸນນານໄດ້ຈັດງານ "ບຸນແຂ່ງຂັນເສື້ອຜ້າ". "ບຸນແຂ່ງຂັນເສື້ອຜ້າ" ມີຕົ້ນກໍາເນີດມາຈາກບ້ານຈີຈຸຍເມືອງຢົງເລີນ. ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດ, ໃນຊຸມປີມໍ່ໆມານີ້, "ບຸນແຂ່ງຂັນເສື້ອຜ້າ" ຈຶ່ງໄດ້ຖ່າຍທອດສົດຜ່ານທາງອິນເຕີເນັດ, ນັກທ່ອງທ່ຽວບໍ່ສາມາດໄປຊົມໃນສະຖານທີ່ຈັດງານໄດ້, ແຕ່ "ບຸນແຂ່ງຂັນເສື້ອຜ້າ" ທີ່ໄດ້ຈັດສະແດງຜ່ານວິດີໂອອອນລາຍກໍ່ໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງຫຼວງຫຼາຍ.