ກຸ່ມຊ້າງທີ່ຢູນນານສະພາບທີ່ດີໃນກັບຄືນເມືອງສີບສອງພັນນາ

2022-03-08 17:50:06 |ມາຈາກ:

ໃນປີ 2021, ກຸ່ມຊ້າງປ່າອາຊີໃນແຂວງຢຸນນານຈະເຄື່ອນຍ້າຍໄປທາງທິດເໜືອຈາກບ່ອນຢູ່ອາໄສຂອງພວກມັນເມືອງສີບສອງພັນນາເຂົ້າສູ່ນະຄອນຄຸນໝິງ, ດຶງດູດຄວາມສົນໃຈຈາກທົ່ວໂລກ. ຫຼັງຈາກນັ້ນ, ດ້ວຍຄວາມພະຍາຍາມຮ່ວມຂອງຫຼາຍກົມກອງ, ຊ້າງປ່າອາຊີໄດ້ກັບຄືນສູ່ຖິ່ນຖານເດີມຢ່າງປອດໄພ. ໃນລະຫວ່າງການເດີນທາງ 17 ເດືອນ, ກຸ່ມຊ້າງດັ່ງກ່າວໄດ້ຂ້າມໄປກວ່າເຄິ່ງໜຶ່ງຂອງແຂວງຢຸນນານ ແລະ ເດີນທາງເປັນໄລຍະທາງປະມານ 1,300 ກິໂລແມັດ, ແລະ ໄດ້ເກີດລູກຊ້າງຕາມທາງ.



ປະຈຸບັນ, ກຸ່ມຊ້າງສະພາບທີ່ດີ. ເພື່ອເປັນການປົກປ້ອງຊ້າງອາຊີໃຫ້ດີຂຶ້ນ, ກົມກອງທ້ອງຖິ່ນໄດ້ຮ່ວມມືກັບກຸ່ມເປົ້າໝາຍປະຕິບັດການຕິດຕາມຕົວຈິງຕະຫຼອດ 24 ຊົ່ວໂມງ, ພ້ອມທັງຕັກເຕືອນຊາວບ້ານໃຫ້ຫຼີກລ້ຽງລ່ວງໜ້າ. ນອກຈາກນັ້ນ, ສວນສະທະລານາແຫ່ງຊາດຊ້າງອາຊີຄາດວ່າຈະສ້າງສຳເລັດໃນປີ2025.

ຂໍ້ມູນສະແດງໃຫ້ເຫັນວ່າ,ນັບແຕ່ປີ1980ເປັນຕົ້ນມາ, ຈຳນວນຊ້າງອາຊີທີ່ດຳເນີນງານຢູ່ແຂວງຢຸນນານໄດ້ເພີ່ມຂຶ້ນຈາກປະມານ 150 ​ໂຕເປັນປະມານ 300 ໂຕ.
ມາຈາກ ເວບໄຊຂ່າວຈີນ
ນັກຂ່າວ ຫູຢວນຫາງ