ລົດໄຟ EMU ຂະບວນທີ 3 ຂອງເສັ້ນທາງລົດໄຟລາວ-ຈີນມາຮອດນະຄອນຫຼວງວຽງຈັນ

2022-04-12 17:45:26 |ມາຈາກ:

ເວລາ 20:00 ໂມງຂອງວັນທີ 9 ​ຕາມເວລາທ້ອງຖິ່ນ, ​ລົດໄຟ EMU ຂະບວນທີ 3 ຂະບວນ "ລ້ານຊ້າງ" ຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນຂອງປະເທດລາວ.ຂະບວນລົດໄຟ EMU ນີ້ຈະໄດ້ຮັບການນຳໃຊ້ໃນກາງເດືອນເມສາໃນໄລຍະປີໃໝ່ລາວ,ໂດຍຈະແລ່ນຈາກນະຄອນຫຼວງວຽງຈັນໄປຫາເມືອງໄຊ.

ບ່ອນນັ່ງຜູ້ໂດຍສານ ຊັ້ນທຸລະກິດ (Business class) ແມ່ນຈຸດເດັ່ນທີ່ໃຫຍ່ທີ່ສຸດຂອງລົດໄຟ EMU ນີ້. ຜູ້ໂດຍສານສາມາດມ່ວນຊື່ນກັບສະພາບແວດລ້ອມຂອງຕູ້ລົດໄຟທີ່ສະຫງ່າງາມກວ່າ, ພື້ນທີ່ນັ່ງກວ້າງຂວາງກວ່າ, ແລະປະສົບການການນັ່ງທີ່ສະດວກສະບາຍກວ່າ. ຂະບວນລົດໄຟລົດໄຟ EMUນີ້ມີ ຕູ້ບ່ອນນັ່ງຜູ້ໂດຍສານ ຊັ້ນທຸລະກິດ 18 ບ່ອນນັ່ງ, ຕູ້ບ່ອນນັ່ງຜູ້ໂດຍສານ ຊັ້ນໜຶ່ງ 72 ບ່ອນນັ່ງ, ຕູ້ບ່ອນນັ່ງຜູ້ໂດຍສານ ຊັ້ນສອງ 98 ບ່ອນນັ່ງ, ແລະບັນຈຸຄົນໄດ້ທັງໝົດ 630 ຄົນ.

ມາຮອດວັນທີ 7 ​ເມສາ, ຕອນປະເທດລາວຂອງເສັ້ນທາງລົດໄຟລາວ-ຈີນໄດ້ເປີດແລ່ນຂະບວນລົດໄຟ ທັງໝົດ 456 ຂະບວນ, ສົ່ງຜູ້ໂດຍສານ 236.800 ເທື່ອຄົນ, ສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ປະມານ 1.880 ເທື່ອຄົນ, ​ແລະ ສາມາດສົ່ງຜູ້ໂດຍສານຂອງມື້ໜຶ່ງໄດ້ຫຼາຍທີ່ສຸດເຖິງ 3.160 ເທື່ອຄົນ.

ມາຈາກ ເວັບໄຊປະຊາຊົນ

ນັກຂ່າວ ຊົນກວາງຢົງ