ຂີ່ລົດໄຟຮາງນ້ອຍ, ເພື່ອສຳຜັດກັບເວລາທີ່ດີຢູ່ພາກໃຕ້ຂອງແຂວງຢຸນນານ

2022-04-15 16:37:58 |ມາຈາກ:

ຮາງນ້ອຍແມ່ນລົດໄຟທີ່ມີຮາງ 1ແມັດ, ເຊິ່ງແຕກຕ່າງຈາກທາງລົດໄຟມາດຕະຖານທີ່ມີຮາງ 1435 ມມ. ຍັງມີລົດໄຟຮາງນ້ອຍສາມເສັ້ນທາງທີ່ແລ່ນ ຢູ່ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີຊົນເຜົ່າຢີຫົງເຮີ ທີ່ຕັ້ງຢູ່ພາກໃຕ້ຂອງແຂວງຢຸນນານ, ລົດໄຟຮາງນ້ອຍມີຂະບວນ"ກູເຊັງຮວງ", "ຈວງຢວນຫົງ" ແລະ "ຊິນຊານລູ". ຂະບວນ "ກູເຊັງຮວງ"ແລ່ນຈາກສະຖານີລີນອ່ານຢູ່ເມືອງຈ້ຽນຊຸຍໄປຫາສະຖານີທວນຊານ, ຂະບວນລົດໄຟນີ້ຍັງສາມາດຊື້ກະແລັມທີ່ມີຮູບລັກສະນະດຽວກັນກັບທາງຫນ້າຂອງລົດໄຟ. ຂະບວນ“ຈວງຢວນຫົງ”ແລ່ນຈາກສະຖານີຊີຜິງໄປສະຖານີລີນອ່ານ, ລົດໄຟແຕ່ລະຄັນມີການເປີດໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບ. ຂະບວນ"ຊິນຊານລູ" ແມ່ນແລ່ນລະຫວ່າງສະຖານີໄຄຢວນແລະສະຖານີດາທາ.ເສັ້ນທາງນີ້ທ່ານສາມາດເບິ່ງທິວທັດທີ່ສວຍງາມຂອງຫໍໂມງ, ຂົວຫີນ, ທະເລດອກໄມ້, ແຜ່ນດິນສີແດງແລະອື່ນໆ. 3 ຂະບວນລົດໄຟສາມາດແລ່ນໄດ້ຢ່າງສະບາຍລະຫວ່າງເມືອງ-ບ້ານດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງໄດ້ດຶງດູດນັກທ່ອງທ່ຽວເຂົ້າມາສຳຜັດຢ່າງຫຼວງຫຼາຍ!


ມາຈາກ ເວັບໄຊຊີນຫວາ