ບຸນຫົດນ້ຳສາກົນສິບສອງພັນນາມາຮອດແລ້ວ ເມືອງຈິ້ງຮົ່ງດຳເນີນການສະແດງເຮືອບິນບໍ່ມີຄົນຂັບ

2022-04-15 17:46:15 |ມາຈາກ:

ວັນທີ 12 ເມສາ, ໃນໂອກາດຂອງງານບຸນຫົດນ້ຳສາກົນສິບສອງພັນນາທີ່ມາຮອດມາເຖິງ, ເມືອງຈິ້ງຮົ່ງໄດ້ດຳເນີນການສະແດງເຮືອບິນບໍ່ມີຄົນຂັບທີ່ມີສີສັນ. ໃນຄືນນັ້ນ, ເຮືອບິນບໍ່ມີຄົນຂັບ 1.000 ລຳໄດ້ບິນຂຶ້ນຈາກຝັ່ງແມ່ນ້ຳລ້ານຊ້າງ, ເພື່ອປະກອບກັນເປັນຄຳວ່າ "ສຸກສັນວັນບຸນຫົດນ້ຳ" ຢູ່ໃນທ້ອງຟ້າຍາມກາງຄືນ, ຈາກນັ້ນໄດ້ປ່ຽນຮູບຊົງເປັນຮູບແບບຕ່າງໆເຊັ່ນ: "ນົກຍູງແຜ່ຫາງ" ແລະ "ຊ້າງມຸງຄຸນ", ສ້າງບັນຍາກາດງານບຸນໃຫ້ມີຄວາມມ່ວນຊື່ນ ແລະ ເປັນສິລິມຸງຄຸນ.

ມາຈາກ ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ໄດເຈີນຫວາ