ຂີ່ລົດໄຟກັບບ້ານຫຼິ້ນປີໃໝ່

2022-04-18 17:07:40 |ມາຈາກ:

ປີໃຫມ່ລາວ, ເຖິງແມ່ນວ່າປີນີ້ຈະບໍ່ມີການແຫ່ຂະບວນນາງສັງຂານ, ບໍ່ສາມາດຫົດນ້ຳຕາມຖະໜົນຫົນທາງ, ແຕ່ເຖິງຢ່າງໃດກໍຕາມ ຄວາມກະຕືລືລົ້ນຂອງຄອຄົວທີ່ພ້ອມພຽງຮຽງໜ້າກັນຂອງຄົນລາວແມ່ນບໍ່ໄດ້ຫຼຸດໜ້ອຍຖອຍລົງ, ພາຍໃຕ້ ສະພາບການປົກກະຕິແບບໃໝ່ ຄົນລາວຍັງຄົງມີວິທີສະຫຼອງປີໃໝ່ຢ່າງເປັນເອກະລັກຂອງໃຜຂອງລາວ.

“ເມື່ອຄິດເຖິງຫຼານສາວຫຼານຊາຍທີ່ໂຕຕິດຂ້ອຍປານເປັນຫາງ, ເຂົ້າຕົ້ມປີໃໝ່ທີ່ຂ້ອຍມັກກິນທີ່ສຸດ, ພິທີສູ່ຂວັນທີ່ພໍ່ແມ່ກຽມຈັດໃຫ້ຂ້ອຍເພື່ອສະຫຼອງທີ່ລູກໄດ້ເປັນລັດຖະກອນ, ການໄປເກັບໃບຊາ, ການໄປເອົານ້ຳເຜິ້ງນຳຄອບຄົວໃນປ່າດົງ ແລະ ກິດຈະກຳປີໃໝ່ຕ່າງໆ, ຕອນນີ້ຂ້ອຍຮູ້ສຶກຢາກຢູ່ບ້ານຫລາຍ.” ສາຍຕາຂອງ ທ້າວ ບ່າວ ເທດພະວົງ ກໍເຕັມປ່ຽມໄປດ້ວຍຄວາມຄອງຄອຍ.

ທ້າວ ບ່າວ ເທດພະວົງ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລາວບໍ່ໄດ້ກັບບ້ານເປັນເວລາສອງປີແລ້ວ, ໃນວັນທີ 11 ເມສານີ້ລາວໄດ້ຂຶ້ນລົດໄຟຈາກນະຄອນຫຼວງວຽງຈັນໄປຍັງອຸດົມໄຊ, ບ້ານເກີດຂອງລາວຢູ່ເມືອງບຸນເຫນືອແຂວງຜົ້ງສາລີ, ຫຼັງຈາກຂີ່ລົດໄຟສອງຊົ່ວໂມງໄປຮອດອຸດົມໄຊແລ້ວ, ປ່ຽນຂີ່ລົດໂດຍສານອີກ 5 ຊົ່ວໂມງກໍຈະໄປຮອດເຮືອນ. ເມື່ອປຽບທຽບກັບຕອນທີ່ຍັງບໍ່ທັນມີທາງລົດໄຟລາວ-ຈີນ, ເວລາການເດີນທາງກັບບ້ານຂອງລາວ ໂດຍທາງບົກແມ່ນຫຍໍ້ເວລາຈາກຫຼາຍກວ່າ 20 ຊົ່ວໂມງ ມາເປັນ 7 ຊົ່ວໂມງ.

ທ້າວ ບ່າວ ເທດພະວົງ ກໍເປັນໜຶ່ງຄົນໃນຂະບວນທີ່ຂີ່ລົດໄຟກັບບ້ານຫຼິ້ນປີໃໝ່, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ການເດີນທາງຂອງຜູ້ໂດຍສານ, ໃນວັນທີ 13 ເມສາ ບໍລິສັດທາງລົດໄຟລາວ-ຈີນ ໄດ້ ເພີ່ມຂະບວນລົດທຳມະດາ ຄວາມໄວ 120 ກິໂລແມັດ/ຊົ່ວໂມງ ຈາກນະຄອນຫຼວງວຽງຈັນຫາບໍເຕັ່ນ, ພ້ອມດຽວກັນນັ້ນຍັງໄດ້ເພີ່ມລົດຈາກນະຄອນຫຼວງວຽງຈັນຫາຫຼວງພະບາງ 2 ຂະບວນ ແລະ ຈາກນະຄອນຫຼວງວຽງຈັນຫາອຸດົມໄຊ 2 ຂະບວນ. ມາຮອດປັດຈຸບັນນີ້, ເສັ້ນທາງລົດໄຟລາວ-ຈີນ ມີຂະບວນລົດໄຟ 8 ຂະບວນ ແລະ ມີຂະບວນທຳມະດາ 2 ຂະບວນ ເພື່ອຮັບປະກັນໃຫ້ຜູ້ໂດຍສານສາມາດເດີນທາງໄດ້ຢ່າງສະດວກ ໃນໄລຍະປີໃໝ່ລາວ.

ລົດໄຟໄດ້ຂັບອອກຈາກວັງວຽງຢ່າງໄວວາ ແລະ ແລ່ນຈາກທົ່ງພຽງວຽງຈັນໄປຍັງເຂດພູດອຍພາກເໜືອ, ຖັດມາຮູບພາບໃນສາຍຕາແມ່ນຮູບຂອງອຸໂມງທີ່ບໍ່ຂາດສາຍ, ທ້າວ ບ່າວ ເທດພະວົງ ຮູ້ສຶກຕື້ນຕັນໃຈແບບບໍ່ຮູ້ສຶກຕົວ: “ສ້າງເສັ້ນທາງລົດໄຟທີ່ທະລຸຊອດຜ່ານເຂດພູສູງຊັນໃນ ສປປ ລາວ ເສັ້ນນີ້ ຈັ່ງວ່າບໍ່ແມ່ນເລື່ອງງ່າຍດາຍ!” ເຖິງແມ່ນວ່າປີນີ້ແມ່ນອີກປີໜຶ່ງທີ່ມີສະພາບການແຜ່ລະບາດຂອງພະຍາດໂຄວິດປົກຫຸ້ມໄປທົ່ວ, ແຕ່ອາລົມຈິດໃຈການກັບບ້ານຂອງປີນີ້ແມ່ນຕື່ນເຕັ້ນກວ່າປີຜ່ານມາ.

ປີ 2019 ທ້າວ ບ່າວ ເທດພະວົງ ໄດ້ກັບຄືນປະເທດລາວຈາກມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໃນຍາມພັກຮຽນໃນລະດູໜາວ, ຖັດຈາກນັ້ນກໍໄດ້ເກີດການລະບາດຂອງພະຍາດ, ເຊິ່ງເຮັດໃຫ້ລາວບໍ່ສາມາດໄປຮຽນຕໍ່ຢູ່ຈີນໄດ້. ລາວຮູ້ສຶກເສຍດາຍຫຼາຍ, ແຕ່ສຸດທ້າຍກໍຕັດສິນໃຈຈາກບ້ານເກີດເມືອງນອນ ເດີນທາງໄປນະຄອນຫຼວງວຽງຈັນ, ເພື່ອຮຽນອອນລາຍ ແລະ ກຽມສອບເສັງລັດຖະກອນ. ໂດຍຜ່ານຄວາມບາກບັ່ນສູ້ຊົນຕັ້ງອົກຕົ້ງໃຈເປັນເວລາໜຶ່ງປີປາຍ ສຸດທ້າຍລາວກໍເສັງໄດ້ ແລະ ກາຍເປັນພະນັກງານຂອງຄະນະຈັດຕັ້ງສູນກາງພັກ. ທ້າວ ບ່າວ ເທດພະວົງ ເວົ້າວ່າ:“ນຳພາຜົນສຳເລັດກັບບ້ານ ແມ່ນເປັນຂອງຂວັນທີ່ດີທີ່ສຸດໃຫ້ແກ່ພໍ່ແມ່.”