ຫຼິ້ນປີໃໝ່ນຳຄອບຄົວມີຄວາມສຸກຫຼາຍ

2022-04-18 17:12:59 |ມາຈາກ:

ປີໃຫມ່ລາວ, ເຖິງແມ່ນວ່າປີນີ້ຈະບໍ່ມີການແຫ່ຂະບວນນາງສັງຂານ, ບໍ່ສາມາດຫົດນ້ຳຕາມຖະໜົນຫົນທາງ, ແຕ່ເຖິງຢ່າງໃດກໍຕາມ ຄວາມກະຕືລືລົ້ນຂອງຄອຄົວທີ່ພ້ອມພຽງຮຽງໜ້າກັນຂອງຄົນລາວແມ່ນບໍ່ໄດ້ຫຼຸດໜ້ອຍຖອຍລົງ, ພາຍໃຕ້ ສະພາບການປົກກະຕິແບບໃໝ່ ຄົນລາວຍັງຄົງມີວິທີສະຫຼອງປີໃໝ່ຢ່າງເປັນເອກະລັກຂອງໃຜຂອງລາວ.

“ຕາມລະບຽບຂອງລັດຖະບານລາວເວລາພັກປີໃໝ່ແມ່ນ 7 ມື້, ຕຳຫຼວດ ກັບ ແພດໝໍແມ່ນບໍ່ໄດ້ພັກ. ເຖິງແມ່ນວ່າຂ້ອຍພຽງແຕ່ໄດ້ພັກ 3 ມື້, ແຕ່ໃນເທດສະການປີໃໝ່ສາມາດຢູ່ນຳຄອບຄົວ ຂ້ອຍຮູ້ສຶກມີຄວາມສຸກຫຼາຍ.” ທ້າວ ອ່ອນຕາ ຄິນສະຫມອນ ຊາວໜຸ່ມລາວ ເວົ້ານຳບັນນາທິການວ່າ, ຫຼັງຈາກສະຫຼອງປີໃໝ່ແລ້ວ ກໍຄ່ອຍໆເຂົ້າສູ່ລະດູຝົນ, ໃນໄລຍະນີ້ໂຮງງານບົດຫີນ ທີ່ລາວເຮັດວຽກຢູ່ກຳລັງຂຸ້ນຂ້ຽວເຮັດການຜະລິດ, ສວຍໂອກາດປີໃໝ່ນີ້ກັບບ້ານຢ້ຽມຢາມພໍ່ແມ່ ລາວພໍໃຈຫຼາຍ.

ບ້ານເກີດຂອງ ອ່ອນຕາ ຄິນສະຫມອນ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ, ໃນປີ 2020 ລາວໄດ້ຮຽນຈົບຈາກມະຫາວິທະຍາໄລຢຸນນານ ແລະ ກັບຄືນປະເທດລາວເພື່ອສ້າງສາພັດທະນາບ້ານເກີດເມືອງນອນ, ລາວໄດ້ເຮັດວຽກຢູ່ບໍລິສັດ ຂຸດຄົ້ນບໍ່ແຮ່ ຂອງຈີນແຫ່ງໜຶ່ງ. ສິ່ງທຳອິດໃນປີໃໝ່ນີ້ ກໍຄືໄປສົມມາປູ່ຍ່າ ແລະ ຈັດພິທີບາສີ ສູ່ຂວັນ, ປີນີ້ເປັນປີທີສອງທີ່ລາວເຮັດວຽກ, ຫຼັງຈາກເກີດພະຍາດລະບາດ ສິນຄ້າຂຶ້ນລາຄາເລື້ອຍໆ ແລະ ເງິນກີບກໍເຟີ້ຫຼາຍ, ລາວໃຊ້ເງິນທີ່ຕົນເອງໄດ້ປະຢັດນັ້ນ ມາເປັນຂອງຂວັນໃຫ້ປູ່ຍ່າພໍ່ແມ່ ແລະ ພີ່ນ້ອງໝົດທຸກຄົນ. “ຜ່ານມາຂ້ອຍພຽງແຕ່ມອບໝາກໄມ້ດອກໄມ້ ແລະ ເສື້ອຜ້າໃຫ້ພໍ່ແມ່ ປີນີ້ຂ້ອຍໄດ້ມອບຂອງຂັວນໃຫ້ພໍ່ແມ່ເປັນເງິນ 5 ແສນກີບ.” ອ່ອນຕາ ຄິນສະຫມອນ ມີຄວາມພາກພູມໃຈຫຼາຍ. ຫຼັງຈາກຜູກແຂນເຊິ່ງກັນແລະກັນ ແລ້ວ ພວກເຂົາກໍພາກັນໄປສົງພະຢູ່ວັດ. ຄົນລາວເຊື່ອຖືວ່າ, ແຕ່ງງານຕ້ອງເລືອກມື້ເລກຄູ່ ສົງພະຕ້ອງເລືອກເລກຄີກ ຈຶ່ງຈະມີໂຊກມີລາບ, ສະນັ້ນຄອບຄົວລາວກໍໄດ້ໄປສົງພະເກົ້າວັດ.

ຖ້າຫາກວ່າບໍ່ມີໂຄວິດ, ປີໃຫມ່ປີນີ້ ທ້າວ ອ່ອນຕາ ຄີນສະຫມອນ ຈະໄປຢ້ຽມຢາມຍາດພີ່ນ້ອງຢູ່ຕ່າງແຂວງ ແລະ ຍັງຢາກໄປຫລີ້ນນໍ້າ, ໄປປີ້ງຊີ້ນນໍາຫມູ່ເພື່ອນຢູ່ຕາມແຄມນໍ້າ, ພາກັນຫົດນໍ້າອວຍພອນປີໃຫມ່ເຊິ່ງກັນແລະກັນ. ສິ່ງທີ່ເຮັດໃຫ້ລາວປະທັບໃຈທີ່ສຸດກໍຄື, ໃນໂຊຊ່ຽວມິເດຍ, ໃນເວັບດັງຂອງລາວໄດ້ໂພສກ່ຽວກັບບຸນປີໃຫມ່ລາວທີ່ສາມາດຫົດນໍ້າທາງອອນລາຍໄດ້, ໃນແຕ່ລະຊຸມຊົນ, ແຕ່ລະກຸ່ມ, ໃນຈໍເຕັມໄປດ້ວຍຢົດນໍ້າສີຟ້າ, “ເມື່ອເຫັນຢົດນໍ້າພວກນີ້" ຂ້ອຍຮູ້ສຶກຄ້າຍໆໄດ້ຍິນຄຳອວຍພອນຈາກຫມູ່ຄູ່.” ທ້າວອ່ອນຕາ ຄີນສະຫມອນ ເວົ້າວ່າ ເຖິງບໍ່ໄດ້ຫົດນໍ້າໃນປີໃຫມ່ກໍຕາມ, ແຕ່ກໍເຮັດໃຫ້ລາວໄດ້ຮັບປະສົບການທີ່ແຕກອອກໄປ, ລາວບໍ່ສົນໃຈວ່າຈະໄດ້ຫົດນໍ້ານໍາກັນບໍ, ສໍາຄັນແມ່ນຄົນລາວຍັງຮັກສາຄວາມມີໄມຕີຈິດ, ຄວາມຈິງໃຈ ແລະ ຄວາມປາຖະໜາທີ່ດີຕໍ່ອະນາຄົດຍັງຄົງຢູ່ສະເໝີ.