ເຂດທ່ອງທ່ຽວປາລາເກີຈົງໃນລະດູໃບໄມ້ປົ່ງ

2022-04-27 19:43:27 |ມາຈາກ:

ເຂດທ່ອງທ່ຽວປາລາເກີຈົງໃນລະດູໃບໄມ້ປົ່ງ, ພູເຂົາແລະແມ່ນ້ຳຍັງຄົງມີຫິມະສີຂາວ, ຫຍ້າແລະຕົ້ນໄມ້ກໍາລັງແຕກໜໍ່, ແລະ ສຽງນົກທີ່ຮ້ອງອອນຊອນ, ສະແດງພາບວີວທິວທັດຄວາມງາມທໍາມະຊາດແລະຄວາມປະສົມກົມກຽວ. ເຂດທ່ອງທ່ຽວນິເວດປາລາເກີຈົງ ທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຊຽງເກີລິລາແຂວງຢຸນນານ,ເຂດທ່ອງທ່ຽວໄດ້ລວມເອົາພູຫິມະ, ຮ່ອມພູ, ທານນ້ຳກ້ອນ, ແມ່ນ້ຳ, ທະເລສາບພູພຽງ ແລະ ປ່າດັ້ງເດີມ, ຍັງມີທັດສະນີຍະພາບຕ່າງໆເຊັ່ນ: ບ້ານປາລາ, ຕົ້ນໄມ້ຝົງຫວງພູທີພັນປີ, ແລະ ພຣະທາດເຈດີຊຽງປາລາແລະອື່ນໆ, ພ້ອມດຽວກັນຍັງມີຮີດຄອງປະເພນີຂອງຊົນເຜົ່າທີ່ເຂັ້ມແຂງ.

ມາຈາກ ໜັງສືພິມລາຍວັນແຂວງຢຸນນານ