ໃນເມືອງມໍຈ່ຽງ ມີຊາຍຊະລາຊົນເຜົ່າຮານີທີ່ມີຄວາມສາມາດໃນການ"ເປົ່າ"

2022-05-13 18:22:03 |ມາຈາກ:

ການເປົ່າໃບໄມ້ແມ່ນສິລະປະພື້ນເມືອງບູຮານໜຶ່ງຈາກຊົນເຜົ່າຮານີ.ຢູ່ເມືອງມໍຈ່ຽງ, ມີຜູ້ເຖົ້າຄົນໜຶ່ງຂອງຊົນເຜົ່າຮານີທີ່ສາມາດຫຼິ້ນດົນຕີດ້ວຍໃບໄມ້ນ້ອຍໆ. ຜູ້ເຖົ້າຜູ້ນີ້ມີຊື່ວ່າ ຫຼີຊູຊິງ, ລາວອາຍຸ 62 ປີໃນປີນີ້. ເນື່ອງຈາກວ່າລາວເປົ່າໃບໄມ້ ແລະ ມີຊື່ສຽງຫຼາຍໃນເຂດບ້ານໃກ້ເຮືອນຄຽງ,​ສະນັ້ນ,ໂຮງຮຽນທ້ອງຖິ່ນຈຶ່ງຈັດຊຸດຮຽນສິລະປະພື້ນເມືອງຊົນເຜົ່າແລະໄດ້ຈ້າງລາວສອນການເປົ່າໃບໄມ້ຢູ່ໂຮງຮຽນ. ໃນເວລາ 8 ປີ,ທ່ານ ຫຼິຊູຊິງ ໄດ້ມີລູກສິດຫຼາຍກ່ວາ 240 ຄົນ.