ຊົມດອກໄມ້, ທ່ຽວຊົມໜອງນໍ້າ, ຖ່າຍຮູບ...ຖ້າວ່າຢາກທ່ຽວຫຼິ້ນໃນຕົ້ນລະດູຮ້ອນ ກໍມາສວນສາທາລະນະດິນຊຸ່ມຟູໄຫວັ່ນ(Fuhaiwan)ເດີ!

2022-05-19 17:21:54 |ມາຈາກ:

ໃນໄລຍະຜັດປ່ຽນລະຫວ່າງລະດູໃບໄມ້ປົ່ງ ແລະ ລະດູຮ້ອນ, ໃນສວນສາທາລະນະດິນຊຸ່ມຟູໄຫວັ່ນທີ່ຢູ່ແຄມຝັ່ງເໜືອຂອງໜອງ ຟູຊ່ຽນ(Fuxian Lake) ເມືອງເຊິງຈ່ຽງ(Chengjiang City) ທະເລດອກໄມ້ທີ່ຄ້າຍຄືສາຍຮຸ້ງກໍາລັງເບັ່ງບານຢ່າງເຕັມທີ່. ດອກໄມ້ທີ່ມີສີສັນຫຼາກຫຼາຍໄດ້ຖືກຈັດລຽງຢ່າງເປັນລະບຽບ, ເຊື່ອມຕໍ່ກັບໜອງ ຟູຊ່ຽນ. ເບື້ອງໜຶ່ງແມ່ນນ້ຳໜອງຟູຊ່ຽນທີ່ໃສແຈ້ງ, ອີກເບື້ອງໜຶ່ງແມ່ນທະເລຂອງດອກໄມ້ອັນສວຍງາມທີ່ປົກຄຸມໄປທົ່ວແຄມຝັ່ງໜອງ. ບ່ອນທີ່ສາຍຕາແນມໄປຮອດນັ້ນ ລ້ວນແຕ່ເປັນທິວທັດອັນສວຍງາມ.

ທະເລຂອງດອກໄມ້ທີ່ມີສີສັນຫຼາກຫຼາຍໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາຖ່າຍຮູບ, ຜູ້ຄົນໄດ້ທໍາທ່າຕ່າງໆເພື່ອຖ່າຍຮູບກຸ່ມກັບດອກໄມ້, ບັນທຶກຊ່ວງເວລາ ແລະ ທິວທັດອັນສວຍງາມດ້ວຍກ້ອງຖ່າຍຮູບ.

ຖ້າວ່າຢາກທ່ຽວຫຼິ້ນໃນຕົ້ນລະດູຮ້ອນ, ກໍມາສວນສາທາລະນະດິນຊຸ່ມຟູໄຫວັ່ນ, ກອດທະເລດອກໄມ້ທີ່ສວຍງາມ ແລະ ຊົມໃຊ້ເວລາພັກຜ່ອນ!