ທ່ານສີຈິ້ນຜີງໄປກວດເບິ່ງຄວາມກຽມພ້ອມສຳລັບງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022

2022-01-07 17:47:28 |ມາຈາກ: CRI

ຕາມຂ່າວCRI: ວັນທີ 4 ມັງກອນນີ້, ທ່ານສີຈິ້ນຜີງ, ເລຂາທິການໃຫຍ່, ຄະນະກຳມະການສູນກາງພັກກອມມູນິດຈີນ,​ປະທານປະເທດຈີນໄດ້ເດີນທາງໄປກວດເບິ່ງຄວາມກຽມພ້ອມຂອງສະໜາມກິລາສະເກັດຄວາມໄວແຫ່ງຊາດ, ສູນສື່ມວນຊົນຕົ້ນຕໍຂອງງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກລະດູໜາວຄົນພິການປັກກິ່ງ, ບ້ານພັກນັກກິລາໂອລິມປິກລະດູໜາວ(ບ້ານພັກນັກກິລາໂອລິມປິກຄົນພິການລະດູໜາວປັກກິ່ງ), ສູນຄຸ້ມຄອງການປະຕິບັດງານການແຂ່ງຂັນກິລາໂອລິມປິກລະດູໜາວປັກກິ່ງແລະສູນຝຶກຊ້ອມປະເພດກິລາລະດູໜາວ, ເພື່ອຮັບຮູ້ສະພາບວຽກງານການກຽມຄວາມພ້ອມສຳລັບງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022, ທ່ານປະທານປະເທດຍັງໄດ້ໄປ​ຢ້ຽມຢາມແລະສະແດງຄວາມຊົມເຊີຍນັກກິລາ, ຄູຝຶກກ, ພະນັກກງານຄຸ້ມຄອງ,  ພະນັກງານຄົ້ນຄວ້າວິທະຍາສາດ, ນັກຂ່າວ, ອາສາສະໝັກແລະພາກສ່ວນອື່ນໆ, ທັງໄດ້ກ່າວຄຳອວຍພອນປີໃໝ່ໃຫ້ກັບພວກເຂົາເຈົ້າ.