ການແຈ້ງອອກດ້ວຍຕົນເອງຂອງຜູ້ສົ່ງອອກ ໂດຍສັນຍາ RCEP ສະບັບທຳອິດຂອງຢຸນນານ ໄດ້ຮັບການພິຈາລະນາ ແລະ ອະນຸມັດແລ້ວ

2022-01-07 18:24:07 |ມາຈາກ:

ວັນທີ 5 ມັງກອນ, ບໍລິສັດອຸດສາຫະກຳກົ່ວ ຢຸນນານຈຳກັດ ໄດ້ດຳເນີນການແຈ້ງອອກດ້ວຍຕົນເອງຂອງຜູ້ສົ່ງອອກ ໂດຍສັນຍາ RCEP ສະບັບທຳອິດຂອງຢຸນນານ ເພື່ອ ສົ່ງອອກກົ່ວ ໄປຍີ່ປຸ່ນທີ່ມີມູນຄ່າ 768.000​ໂດລາ ສະຫະລັດ ໄດ້ຮັບການພິຈາລະນາ ແລະ ອະນຸມັດແລ້ວ, ເປັນຂີດໝາຍຂອງການເກີດຜົນສັກສິດ ການແຈ້ງອອກດ້ວຍຕົນເອງຂອງຜູ້ສົ່ງອອກ ໂດຍສັນຍາ RCEP ໃນແຂວງຢຸນນານ.

ເມື່ອ ຜູ້ສົ່ງອອກໄດ້ຮັບການການພິຈາລະນາ ແລະ ອະນຸມັດ ແມ່ນໝາຍເຖິງວິສາຫະກິດໄດ້ຮັບການຢັ້ງຢືນຮັບຮອງຕາມກົດໝາຍຈາກດ່ານພາສີ, ເປັນວິສາຫະກິດທີ່ສາມາດອອກໃບຮັບຮອງແຫຼ່ງກຳເນີດຂອງສິນຄ້າ ທີ່ສອດຄ່ອງມາດຖານຕາມແຫຼ່ງຜະລິດພາຍໃຕ້ສັນຍາການຄ້າບູລິມະສິດ ທີ່ກ່ຽວຂ້ອງກັບການສົ່ງອອກ ຫຼື ການຜະລິດຂອງພວກເຂົາ.ວິສາຫະກິດທີ່ກາຍເປັນຜູ້ສົ່ງອອກທີ່ໄດ້ຮັບການພິຈາລະນາ ແລະ ອະນຸມັດ ບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງຜະລິດຈາກດ່ານພາສີເມື່ອສົ່ງອອກສິນຄ້າ, ວິສາຫະກິດສາມາດອອກໃບຢັ້ງຢືນແຫຼ່ງຜະລິດດ້ວຍຕົນເອງໄດ້ທຸກເວລາ, ປະສິດທິຜົນການຜ່ານດ່ານຂອງວິສາຫະກິດໄດ້ຮັບການຍົກລະດັບຢ່າງຫຼວງຫຼາຍ.

ບໍລິສັດອຸດສາຫະກຳກົ່ວຢຸນນານຈຳກັດ ແມ່ນຜູ້ສົ່ງອອກທີ່ໄດ້ຮັບການພິຈາລະນາ ແລະ ອະນຸມັດ ເປັນຄັ້ງທໍາອິດຂອງແຂວງຢຸນນານ, ແລະເປັນຜູ້ສົ່ງອອກທີ່ໄດ້ຮັບການພິຈາລະນາ ແລະ ອະນຸມັດ ອັນດັບທີ 13 ຂອງຈີນຫຼັງຈາກການປະຕິບັດສັນຍາ RCEP. ການພິຈາລະນາ ແລະ ອະນຸມັດ ການແຈ້ງອອກດ້ວຍຕົນເອງຂອງ ບໍລິສັດອຸດສາຫະກຳກົ່ວຢຸນນານຈຳກັດ ທີ່ເປັນຜູ້ສົ່ງອອກ, ເຮັດໃຫ້ຜູ້ນຳເຂົ້າຂອງຍີ່ປຸ່ນໄດ້ຮັບບູລິມະສິດດ້ານອັດຕາພາສີ ​ແລະ ​ເລັ່ງລັດການສົ່ງຕໍ່ສິນຄ້າຜ່ານດ່ານພາສີ.