ເວທີປາໄສເມືອງຄູ່ແຝດສື່ມວນຊົນຈີນ-ມຽນມາປີ 2021 ໄຂຂຶ້ນຢູ່ຄຸນໝິງ

2022-01-10 15:56:52 |ມາຈາກ:

ວັນທີ 22 ທັນວານີ້, ເວທີປາໄສເມືອງຄູ່ແຝດສື່ມວນຊົນຈີນ-ມຽນມາປີ 2021 ໄຂຂຶ້ນຢູ່ຄຸນໝິງ.ກິດຈະກຳນີ້ຈັດຂຶ້ນໂດຍກົມໂຄສະນາເຜີຍແຜ່ ຄະນະກຳມະການປົກຄອງແຂວງ​ຢຸນນານພັກກອມມູນິດຈີນ, ມີກຸ່ມກິດຈະການໜັງສືພິມລາຍວັນຢຸນນານເປັນເຈົ້າການຈັດ, ແລະ​ ຮ່ວມຈັດຕັ້ງໂດຍສະຖາບັນວິທະຍາສາດສັງຄົມຢຸນນານ​, ​ສະຖາບັນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຂອງຈີນ(ຄຸນໝິງ).

ເວທີປາໄສນີ້ມີຫົວຂໍ້ວ່າ "ສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ເພີ່ມທະວີການປະສານງານກັນ ແລະ ການພົວພັນຮ່ວມມືດ້ານສື່ມວນຊົນຈີນ-ມຽນມາກ້າວໄປສູ່ອະນາຄົດ",ເວທີປາໄສດັ່ງກ່າວໄດ້ຈັດຂຶ້ນທາງອິນເຕີເນັດ​ແລະ ​ໃນສະຖານທີ່ຈັດງານຕົວຈິງ, ເວທີນີ້ມີຫຼາຍກິດຈະກຳເຊັ່ນ ພິທີເປີດ, ກ່າວຄຳປາໄສ, ​ເວທີປາໄສຄູ່ຂະໜານ ​ແລະ​ກິດຈະກຳອື່ນໆ. ຜູ້ຊ່ຽວຊານໃນດ້ານຕ່າງໆຂອງສອງປະເທດເຊັ່ນ ດ້ານບັນຫາສາກົນ, ສື່ມວນຊົນ, ການແປພາສາຈີນ-ມຽນມາ ແລະ ອື່ນໆກໍໄດ້ເຂົ້າຮ່ວມເວທີປາໄສຄັ້ງນີ້.

ໃນພິທີເປີດ,​ ໄດ້ຈັດພິທີເປີດສູນຄົ້ນຄວ້າສື່ມວນຊົນຈີນ-ມຽນມາ​ແລະ​ຫ້ອງການຄົ້ນຄວ້າການແປພາສາໂຄສະນາເຜີຍແຜ່ສາກົນຈີນ-ມຽນມາ,​ແລະໄດ້ມອບຈົດໝາຍແຕ່ງຕັ້ງໃຫ້ຄະນະຜູ້ຊ່ຽວຊານຊຸດທຳອິດ 24 ທ່ານທີ່ເປັນຜູ້ຊ່ຽວຊານການແປພາສາຈີນ-ມຽນມາ ແລະ ກຸ່ມຄັງປັນຍາຂອງສອງປະເທດຈີນ-ມຽນມາ.