ເມືອງທຽນຈິນ: ຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄຣອນໃນທ້ອງຖິ່ນ

2022-01-12 17:31:24 |ມາຈາກ:

ມາຮອດເວລາ 12:00 ​ໂມງຂອງວັນທີ 12, ​ໄດ້ມີລາຍງານຜູ້ຕິດເຊື້ອໂຄວິດ-19ຈຳນວນ 97 ຄົນ. ແຕ່ເວລາ 18:00 ໂມງຂອງວັນທີ 7 ມັງກອນ ຫາ ເວລາ 21:00 ໂມງຂອງວັນທີ 8 ມັງກອນ, ໄດ້ພົບເຫັນກໍລະນີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 20 ຄົນຢູ່ເມືອງທຽນຈິນ. ຫຼັງຈາກນັ້ນ, 2 ກໍລະນີທ້ອງຖິ່ນໄດ້ຖືກກວດພົບວ່າເປັນໂຄວິດ-19 ສາຍພັນໂອໄມຄຣອນ (Omicron). ນັບແຕ່ເວລາ 7:00 ໂມງ ຂອງວັນທີ 9, ວຽກງານການກວດຫາເຊື້ອດ້ວຍອາຊິດນິວຄລີິອິກຂອງຊາວເມືອງທັງຫມົດໄດ້ເລີ່ມຕົ້ນຂຶ້ນ. ໃນປັດຈຸບັນ, ການກວດຫາເຊື້ອຍັງດໍາເນີນຢູ່, ແລະຕະຫຼາດເຄື່ອງໃຊ້ໃນຊີວິດປະຈໍາວັນຂອງທຽນຈິນມີການສະຫນອງທີ່ພຽງພໍ ແລະ ມີລາຄາທີ່ຫມັ້ນຄົງ.