ການເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນ "ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຄັ້ງທຳອິດ

2022-01-12 17:34:48 |ມາຈາກ:

ເລີ່ມແຕ່ເວລາ 00:00 ໂມງຂອງວັນທີ 10 ມັງກອນນີ້ເປັນຕົ້ນໄປ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນເສັ້ນທາງລົດໄຟລາວ-ຈີນຈະໃຊ້ເວລາພຽງ 26 ຊົ່ວໂມງຈາກຄຸນໝິງໄປນະຄອນຫຼວງວຽງຈັນ. ໃນເວລາ 11:30 ໂມງຂອງວັນດຽວກັນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ "ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຂະບວນທຳອິດ ທີ່ບັນຈຸດອກໄມ້, ຜັກ ແລະ ສິນຄ້າອື່ນໆ ໄດ້ອອກເດີນທາງຈາກສະຖານີວັງຈ່າຢິງຕາເວັນຕົກເມືອງຄຸນໝິງ ແລະ ຈະມາຮອດນະຄອນຫຼວງວຽງຈັນ ນະຄອນຫຼວງຂອງປະເທດລາວໃນມື້ຕໍ່ມາ.

“ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໃຊ້ລົດຂົນສົ່ງສິນຄ້າ ສຳລັບທາງລົດໄຟໂດຍສະເພາະດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ, ໃນໄລຍະເບື້ອງຕົ້ນແມ່ນໄດ້ກຳນົດລົດໄຟ 2 ຂະບວນຕໍ່ອາທິດ, ໄລຍະຕໍ່ໄປກໍ່ຈະຄ່ອຍໆເພີ່ມຂຶ້ນໂດຍອີງຕາມສະພາບຕະຫຼາດ. ລົດໄຟມີຂໍ້ດີຄື ຜ່ານດ່ານພາສີໄວ, ຄວາມໄວສູງ, ແລະເວລາການຮອດທີ່ສາມາດຄວບຄຸມໄດ້.