ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່ເພື່ອ​ເຮັດ​ໃຫ້ຈີນ 300 ລ້ານ​ຄົນ​ໄດ້ຫຼິ້ນກິ​ລາ​ປະ​ເພດ​ນ້ຳ​ກ້ອນ​ແລະ​ຫິມະ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ແລ້ວ

2022-01-13 17:56:09 |ມາຈາກ: CRI

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ລີ​ເຊີ່ນ ຫົວ​ໜ້າ​ພະ​ແນກວາງ​ແຜນ​ການ​ລວມ​ຂອງ​ຄະ​ນະ​ກຳ​ມະ​ການ​​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງລັດ​ຖະ​ບານ​ຈີນ​ວ່າ: ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອ​ງ​ກິ​ລາ​ປະ​ເພດ​ນ້ຳ​ກ້ອນ​ແລະ​ຫິ​ມະ​ຈີນ ແມ່ນ​ໜຶ່ງ​ໃນ​ເປົ້າ​ໝາຍ​ສຳ​ຄັນ​ໃນ​ເວ​ລາທີ່​ຈີນ​ຮ້ອງ​ຂໍ​ເພື່ອ​ເປັນ​ເຈົ້າ​ພາບຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ. ໃນຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ຖື​​ເອົາການ​ຈັດ​ງານ​ຄັ້ງ​ນີ້​ເປັນ​ໂອ​ກາດ ເຊິ່ງ​ໄດ້​ເຮັດ​ໃຫ້ກິ​ລາ​ປະ​ເພດ​ນ້ຳ​ກ້ອນ​ແລະ​ຫິ​ມະ​ມີ​ການ​ພັດ​ທະ​ນາຢ່າງວ່ອງ​ໄວ, ຈຳ​ນວນ​ຄົນ​ທີ່​ຫຼິ້ນກິ​ລາ​ປະ​ເພດ​ນີ້​ມີ​ເຖິງ 346 ລ້ານ​ຄົນ. ມາ​ຮອດ​ທ້າຍ​ປີ 2020, ທົ່ວ​ປະ​ເທດ​ຈີນ​ມີ​ສະ​ໜາມ​ກິ​ລາ​ນ້ຳ​ກ້ອນ​ທີ່​ໄດ້​ມາດ​ຕະ​ຖານ 654 ແຫ່ງ ແລະ​ສະ​ໜາມ​ກິ​ລາ​ສະ​ກີ​ໃນ​ຮົ່ມ​ແລະ​ກາງ​ແຈ້ງ​ປະ​ເພດ​ຕ່າງໆ​ເຖິງ 803 ແຫ່ງ ເຊິ່ງໄດ້​ບັນ​ລຸ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ທີ່ຈະ​ເຮັດ​ໃຫ້​ປະ​ຊາ​ຊົນຈີນ 300 ລ້ານ​ຄົນ​​ໄດ້ຫຼິ້ນ​ກິ​ລາ​ປະ​ເພດ​ນ້ຳ​ກ້ອນ​ແລະ​ຫິ​ມະ​.