ພິທີບຸນກຸດຈີນຂອງຊາວໜຸ່ມຈີນແມ່ນເປັນເອກະລັກສະເພາະ

2022-01-18 16:34:08 |ມາຈາກ:

ບຸນກຸດຈີນເປັນບຸນປະເພນີທີ່ສຳຄັນທີ່ສຸດຂອງຊາວຈີນ ທີ່ຈະມາເຖິງໃນໄວໆນີ້. ດ້ວຍການພັດທະນາຂອງເຕັກໂນໂລຊີ, ນອກເໜືອໄປຈາກພິທີບຸນກຸດຈີນຕາມຮີດຄອງປະເພນີຂອງຈີນ ເຊັ່ນການກິນອາຫານສາມັກຄີຕ້ອນຮັບປີໃໝ່, ຕິດແຜ່ນໂຕໜັງສືຄວາມສຸກ, ຮັບເງິນປີໃໝ່, ຈູດບັ້ງໄຟດອກ, ໄປຢາມພີ່ນ້ອງແລະໝູ່ເພື່ອນ, ​ເບິ່ງງານສະແດງບຸນກຸດຈີນແລະອື່ນໆ,​ ຊາວໜຸ່ມຫຼາຍຄົນຍັງໄດ້ນຳເອົາບາງກິດຈະກຳໃໝ່ເຂົ້າໃນການສະເຫຼີມສະຫຼອງບຸນກຸດຈີນ, ເຮັດໃຫ້ຄວາມຮູ້ສຶກຂອງບຸນກຸດຈີນເປັນໄປຕາມກະແສຄວາມນິຍົມຊົມຊອບ.

ການເປີດງານກິລາໂອລິມປິກລະດູໜາວປັກກິ່ງເກີດຂຶ້ນໃນໄລຍະບຸນກຸດຈີນ, ການຊົມເບິ່ງງານກິລາໂອລິມປິກລະດູໜາວຮ່ວມກັນຈະກາຍເປັນພິທີທີ່ຕ້ອງມີໃນປີໃໝ່ປີນີ້. ນອກຈາກນັ້ນ, ຄົນຈີນຫຼາຍຄົນກໍມັກພິທີບຸນກຸດຈີນແບບໃໝ່ , ​ເຊັ່ນແລກປ່ຽນຂອງຂວັນປີໃໝ່ກັບໝູ່ເພື່ອນ, ເປັນເຈົ້າພາບຫຼືເຂົ້າຮ່ວມງານລ້ຽງປີໃໝ່, ຖ່າຍຮູບບຸນປີໃໝ່, ​ເຮັດVlogໃນປີໃໝ່. ຊື້ເຄື່ອງຕົກແຕ່ງປີໃໝ່ ແລະ ຫຼິ້ນກິລາເທິງນ້ຳກ້ອນແລະຫິມະກັບຄອບຄົວ, ປ່ຽນເຄື່ອງແຕ່ງກາຍໃນເຄືອຂ່າຍສັງຄົມອອນລາຍ ແລະອື່ນໆ. ຄຽງຄູ່ກັບການພັດທະນາຂອງຍຸກສະໄໝ, ວິທີການສະເຫຼີມສະຫຼອງປີໃໝ່ກໍມີການປ່ຽນແປງໄປເລື້ອຍໆ, ພິທີບຸນກຸດຈີນແບບໃໝ່​ແລະ ຮີດຄອງປະເພນີກໍຖືກຫຼອມລວມເຂົ້າກັນ.