ທ່າ​ນ​ສີ​ຈິ້ນ​ຜິງ​ກ່າ​ວ​ວ່າ: ຈີນ​ຈະ​ບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ ແຕ່​ຈະ​ບໍ່​ເຮັດ​ລັດ​ທິ​ສະ​ເລ່ຍ

2022-01-18 16:51:02 |ມາຈາກ: CRI

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2022ຜ່ານ​ທາງວີ​ດີ​ໂອຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ພ້ອມທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ດີ​ງາມ​ໃນ​ຍຸກຫຼັງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຄວາມ​ຮັ່ງ​ມີ​ຂອງ​ປະ​ເທດ, ສິ່ງ​ສຳ​ຄັນ​ແມ່ນຂຶ້ນ​ຢູ່​ກັບ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ”. ຈີນ​ຈະ​ບັນ​ລຸ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ແຕ່​ຈະ​ບໍ່​ເຮັດ​ລັດ​ທິ​ສະ​ເລ່ຍ, ຫາກ​ຈະ​ເຮັດ “ເຂົ້າ​ໜົມ​ເຄັກ” ໃຫ້​ໃຫຍ່​ຂຶ້ນ​ກ່ອນ, ແລ້ວ​ຜ່ານ​ນະ​ໂຍ​ບາຍ​ທີ່​ສົມ​ເຫດ​ສົມ​ຜົນເພື່ອ​ແບ່ງ​ປັນ “ເຂົ້າ​ໜົມ​ເຄັກ” ໃຫ້​ດີ, ຫຼັງ​ຈາກ​ມີ​ຜົນ​ປະ​ໂຫຍດ​ເພີ່ມ​ຂຶ້ນ​ແລ້ວ ກໍ​ສາ​ມາດ​ແບ່ງ​ປັນ​ໃຫ້​ກັບ​ປະ​ຊາ​ຊົນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະ​ຊາ​ຊົນ​ທັງ​ປວງ​ຢ່າງຫຼວງຫຼາຍກວ່າ​ເກົ່າ ແລະ ຍຸດ​ຕິ​ທຳ​ກວ່າ​ເກົ່າ.