ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​​ກຳ​ນົດ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຜູ້​ຊົມ

2022-01-18 16:52:34 |ມາຈາກ: CRI

ເວັບ​ໄຊ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 17 ມັງ​ກອນ​ນີ້​ວ່າ: ຍ້ອນ​ວ່າ​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ຂ້ຽວ​ຂາດ​ແລະ​ສັບ​ສົນ​ຫຼາຍ, ເພື່ອ​ປ້ອງ​ກັນ​ສຸ​ຂະ​ພາບ​ຂອງ​ຜູ້​ເຂົ້າ​ຮ່ວມ​ແລະ​ຜູ້​ຊົມ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​, ຈຶ່ງ​ໄດ້​ຕົກ​ລົງ​ປ່ຽນ​ແປງ​ວິ​ທີ​ຂາຍ​ປີ້​ໃຫ້​ຜູ້​ຊົມ​ທີ່​ຖືກ​ກັບ​ມາດ​ຕະ​ຖານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ພະ​ຍາດພາຍ​ໃນ​ປະ​ເທດ​ຈີນ, ​ໄດ້​ປ່ຽນ​ວິ​ທີ​ໂດຍ​ຈັດ​ຕັ້ງ​ຜູ້​ຊົມ​ສະ​ເພາະ​ເຂົ້າ​ຊົມ​ການ​ແຂ່ງ​ຂັນ.

ຄະ​ນະ​ກຳ​ມະ​ການ​ຈັດ​​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ຜູ້​ຊົມ​ທີ່​ໄປ​ຊົມ​ການ​ແຂ່ງ​ຂັນ​ຕ້ອງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ເຂັ້ມ​ງວດ​ກ່ອນ​ໄປ​ເຂົ້າ​ຊົມ​ການ​ແຂ່ງ​ຂັນແລະ​ໃນ​ໄລ​ຍະ​ຊົມ​ການ​ແຂ່ງ​ຂັນ​ຈົນ​ແລ້ວ, ເພື່ອ​ສ້າງ​ບັນ​ຍາ​ກາດ​ອັນ​ດີ​ງາມ​ໃຫ້​ແກ່​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເປັນ​ຢ່າງ​ດີ​ພາຍ​ໃຕ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ວັນ​ທີ 30 ກັນ​ຍາ​ປີ 2021, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເຜີຍ​ແຜ່​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ​: ຈະ​ບໍ່​ຂາຍ​ປີ້​ໃຫ້​ແກ່​ຜູ້​ຊົມ​ຕ່າງ​ປະ​ເທດ, ພຽງ​ຈະ​ຂາຍ​ປີ້​ໃຫ້​ແກ່​ຜູ້​ຊົມ​ພາຍ​ໃນ​ປະ​ເທດ​ຈີນ​ທີ່​ຖືກ​ກັບ​ມາດ​ຕະ​ຖານການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເທົ່າ​ນັ້ນ.