ຍອດປະລິມານເສດຖະກິດຈີນໄດ້ບັນລຸເຖິງ 110.000 ຕື້ຢວນ

2022-01-18 16:54:05 |ມາຈາກ: CRI

ອົງການສະຖິຕິແຫ່ງຊາດຈີນໄດ້ປະກາດຕົວເລກເສດຖະກິດຈີນສຳລັບປີ 2021 ໃນວັນທີ 17 ມັງກອນນີ້ ໂດຍສະແດງໃຫ້ເຫັນວ່າ: ຍອດປະລິມານ ເສດຖະກິດຈີນສຳລັບປີ 2021 ໄດ້ບັນລຸເຖິງ 110.000 ຕື້ຢວນ, ສືບຕກວມອັດຕາສ່ວນຂອງ GDP ທົ່ວໂລກໍ່ເພີ່ມຂຶ້ນ, ຄາດວ່າ GDP ສະເລ່ຍຕໍ່ຫົວຄົນຈະບັນລຸຫລາຍກວ່າ 12.000 ໂດລາສະຫະລັດ.

ທ່ານນີ້ງຈີເຈີ ຫົວຫນ້າອົງການສະຖິຕິແຫ່ງຊາດຈີນ ໄດ້ຕີລາຄາກ່ຽວກັບສະພາບດັ່ງກ່າວ ໂດຍກ່າວວ່າ: ນີ້ຫມາຍຄວາມວ່າ ກຳລັງສັງລວມ ແຫ່ງຊາດ ແລະ ກຳລັງການຜະລິດທາງສັງຄົມຂອງຈີນໄດ້ສືບຕໍ່ເພີ່ມຂຶ້ນ ແລະ ລະດັບຊີວິດການເປັນຢູ່ຂອງປະຊາຊົນຈີນກໍໄດ້ສູງຂຶ້ນເຊັ່ນກັນ, ເຊິ່ງກໍຫມາຍ ຄວາມວ່າ, ການພັດທະນາຂອງຈີນມີພື້ນຖານແຫນ້ນຫນາກວ່າເກົ່າ, ມີເງື່ອນໄຂດີກວ່າເກົ່າ ແລະ ມີພະລັງຊຸກດັນແຂງແຮງກວ່າເກົ່າ, ໄດ້ປະກອບ ສ່ວນພະລັງຂອງຈີນເພື່ອການພັດທະນາທົ່ວໂລກ.

ໃນຂະນະດຽວກັນກໍຕ້ອງໄດ້ເຫັນວ່າ, ເມື່ອທຽບໃສ່ກັບປະເທດທີ່ພັດທະ ນາແລ້ວ, ຈີນຍັງມີຄວາມແຕກໂຕນກັນອ່າວຫລາຍ. ຈີນຍັງແມ່ນປະເທດພວມພັດ ທະທີ່ໃຫຍ່ທີ່ສຸດໃນໂລກ, ຍັງຢູ່ໃນໄລຍະຕົ້ນຂອງສັງຄົມນິຍົມ ແລະ ຈະຢູ່ໃນໄລຍະດັ່ງກ່າວຢ່າງຍາວນານ ເຊິ່ງສະພາບຕົວຈິງຂັ້ນພືິ້ນຖານແຫ່ງຊາດ ດັ່ງກ່າວຈະມີການປ່ຽນແປງ. ໃນບາດກ້າວຕໍ່ໄປ, ຈີນຈະເລັ່ງສ້າງສະພາບ ການໃຫມ່ທີ່ເອື້ອອຳນວຍຕໍ່ການພັດທະນາ, ສືບຕໍ່ໍຊຸກຍູການພັດທະນາທີ່ມີຄຸນນະ ພາບສູງ.