ຈະ​ຂ້າມຜ່ານ​ຊ່ອງຫ​ວ່າງ​ແຫ່ງ​ການ​ພັດ​ທະ​ນາ ເພື່ອ​ຟື້ນ​ຟູ​ພາ​ລະ​ກິດ​ການ​ພັດ​ທະ​ນາ​ຂອງ​ໂລກ​ຄືນ​ໃໝ່​ໄດ້​ແນວ​ໃດ?

2022-01-19 18:06:17 |ມາຈາກ: CRI

ຍ້ອນ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ ວິດ-19, ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ໂລກ​ພວມ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ ເຊິ່ງ​ເຮັດ​ໃຫ້​ບັນ​ຫາ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ໃຕ້-ເໜືອ, ການ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເກີດ​ມີ​ການ​ຜັນ​ແຍກ, ການ​ພັ​ດ​ທະ​ນາຂາດ​ສະ​ບັ້ນ, ການ​ພັ​ດ​ທະ​ນາ​ເຕັກ​ນິກ​ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍ ແລະ​ບັນ​ຫາ​ອື່ນໆ​ພົ້ນ​ເດັ່ນກວ່າ​ເກົ່າ. ຕົວ​ເລກ​ດັດ​ສະ​ນີ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ​ໄດ້ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ໃນຮອບ 30 ປີ​ມາ​ນີ້, ທົ່ວ​ໂລກ​ມີ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ເພີ່ມໃໝ່ຫຼາຍກວ່າ 100 ລ້ານ​ຄົນ, ມີ​ປະ​ຊາ​ຊົນ​ເກືອບ 800 ລ້ານ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄວາມອຶດ​ຫິວ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາຫານ, ການ​ສຶກ​ສາ, ການ​ປະ​ກອບ​ອາ​ຊີບ, ການ​ປິ່ນ​ປົວ​ພະ​ຍາດ, ສາ​ທາ​ລະ​ນະ​ສຸກ ແລະຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍກວ່າ​ເກົ່າ. ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຈຳ​ນວນ​ໜຶ່ງໄດ້​ກັບ​ຄືນ​ສູ່​ຄວາມ​ທຸກ​ຍາກ, ໄດ້​ເກີດ​ຄວາມ​ວຸ້ນ​ວາຍຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຢູ່ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​​ກໍ​ມີ​ຄວາມ​ຫຍຸ້ງ​ຍາກເຊັ່ນ​ດຽວ​ກັນ. ດັ່ງ​ນັ້ນ, ຈະ​ຂ້າມຜ່ານ​ຊ່ອງ​ຫ​ວ່າງ​ແຫ່ງ​ການ​ພັດ​ທະ​ນາ ເພື່ອ​ຟື້ນ​ຟູ​ພາ​ລະ​ກິດ​ການ​ພັດ​ທະ​ນາ​ຂອງ​ໂລກ​ຄືນ​ໃໝ່​ໄດ້​ແນວ​ໃດ?

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກປີ 2022 ຜ່ານ​ທາງວິ​ດີ​ໂອ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂອງ​ໂລກ, ພະ​ຍາ​ຍາມບໍ່​ໃຫ້​ປະ​ເທດ​ໃດ​ໜຶ່ງ​ຕົກ​ຂະ​ບວນ.

ເດືອນ​ກັນ​ຍາ​ປີ 2021, ທ່ານ​ສີ​ຈິ້​ນ​ຜິງ ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ຂອງ​ໂລກ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ສ​ປ​ຊ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ບັນ​ຫາ​ອັນຮີບ​ດ່ວນ​ທີ່​ປະ​ເທດ​ພວມ​ພັດ​ທະ​ນາ​ພວມ​ປະ​ເຊີນ​ຢູ່. ໃນ​ຄຳ​ປາ​ໄສເມື່ອ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ​​ໄດ້ກ່າວ​ເນັ້​ນ​ໜັກ​ວ່າ: ບໍ່​ວ່າ​ຈະ​ພົບ​ພໍ້​ຄວາມ​ຫຍຸ້ງ​ຍາກ​ຫຍັງ, ພວກ​ຂ້າ​ພະ​ເຈົ້າ​ກໍ​ຄວນ​ຍຶດ​ໝັ້ນ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຄວນ​ຖື​ການ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ, ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ໄວ້​ຢູ່​ໃນຖາ​ນະ​ທີ່​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ທົ່ວ​ໂລກ.

ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ທະ​ນາ​ຄານ​​ເພື່ອການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ທີ່​ຈີນ​ເປັນ​ຜູ້​​ລິເລີ່ມ​ສ້າງ​ຂຶ້ນ ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ແລະ​ເວ​ທີ​ການ​ຮ່ວມ​ມື​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງກວ້​າງ​ຂວາງ. ນັບ​ມາ​ຮອດ​ວັນ​ທີ 18 ມັງກອນ​ນີ້, ຈີນ​ໄດ້​ເຊັນ​ເອ​ກະ​ສານ​​ຮ່ວມ​ມື​ວ່າ​ດ້ວຍການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຫຼາຍກວ່າ 200 ສະ​ບັບ ກັບ 147 ປະ​ເທດ, 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຊິ່ງ​ເປັນ​ການ​​ຮ່ວມ​ກັນ​ຊົມໃຊ້​ຜົນ​ການ​ພັດ​ທະ​ນາ​ກັບ​ທົ່ວ​ໂລກ.