ການພັກລ້ຽງລູກ 15 ວັນໃນແຂວງຢຸນນານຈະມາເຖິງແລ້ວ

2022-01-21 17:35:28 |ມາຈາກ:

ວັນທີ 17 ມັງກອນນີ້, ​ແຂວງຢຸນນານໄດ້ຮັບປະກັນການປະຕິບັດນະໂຍບາຍການເກີດລູກອີກບາດກ້າວໜຶ່ງ. ແຂວງຢຸນນານສະໜັບສະໜູນການແຕ່ງງານ ໃນອາຍຸທີ່ເໝາະສົມ ​ແລະ ​ການເກີດ-ການລ້ຽງລູກດ້ວຍຄວາມສົມບູນ ​ແລະ​ ຄູ່ຜົວເມຍສາມາດເກີດລູກໄດ້ສາມຄົນ. ໃນດ້ານແຮງຈູງໃຈ ແລະ ມາດຕະການປະກັນສັງຄົມ, ສໍາລັບພໍ່ແມ່ທີ່ມີລູກອາຍຸຕ່ຳກວ່າ 3 ປີ, ໄດ້ເພີ່ມການພັກລ້ຽງລູກໃຫ້ພໍ່ແມ່ 10 ວັນຕໍ່ປີ, ແລະ ສຳລັບພໍ່ແມ່ທີ່ມີລູກ 2 ຄົນ ຫຼື2 ຄົນຂຶ້ນໄປແລະອາຍຸຕ່ຳກວ່າ 3 ປີ, ຈະມີການພັກລ້ຽງລູກໃຫ້ພໍ່ແມ່ເພີ່ມອີກ 5 ວັນ, ລວມວັນພັກທັງໝົດມີ 15 ວັນຕໍ່ປີ.