ການ​ປະ​ດັບ​ປະ​ດາ​ທິວ​ທັດ​ຕົວ​ເມືອງ​ສຳ​ລັບ​ຕ້ອນ​ຮັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສຳ​ເລັດ​ແລ້ວຢ່າງ​ຈົບ​ງາມ

2022-01-21 18:29:29 |ມາຈາກ: CRI

ວັນ​ທີ 20 ມັງ​ກອນ​ນີ້, ການ​ປະ​ດັບ​ປະ​ດາ​ທິວ​ທັດ​ຕົວ​ເມືອງ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວປັກ​ກິ່ງ​ໄດ້​ສຳ​ເລັດ​ແລ້ວ​ຢ່າງ​ຈົບ​ງາມ, ລວມ​ມີ​ທິວ​ທັດ​ທີ່​ເປັນ​ສັນ​ຍະ​ລັກ 3 ແຫ່ງ, ​ຖ້ານດອກ​ໄມ້​ທີ່​ມີ​ຫົວ​ຂໍ້​ສະ​ເພາະ 10 ແຫ່ງ ແລະ ໂຄມ​ໄຟ 2 ແສນ​ໜ່ວຍ ໄດ້​ຖືກ​ປະ​ດັບ​​ປະ​ດາຢູ່ 3 ເຂດ​ແຂ່ງ​ຂັນ ຄື: ເຂດ​ແຂ່ງ​ຂັນ​ປັກ​ກິ່ງ, ເຂດ​ແຂ່ງ​ຂັນ​ແຢນ​ຊິ້ງ ແລະ ເຂດ​ແຂ່ງ​ຂັນ​ຈ່າງ​ເຈ່ຍ​ໂຂ ພ້ອມ​ທັງ​ປະ​ດັບ​ຢູ່​​ສ​ະ​ຖານ​ທີ່​ຕ່າງໆ​ທົ່ວນະ​ຄອນຫຼວງ​ປັກ​ກິ່ງ ​ແລະ ແຂວງ​ເຫີ​ເປີຍ ໂດຍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ບັນ​ຍາ​ກາດງານ​ໂອ​ລິມ​ປິກ​ລະ​ດູ​ໜາວ, ບຸນ​ກຸດ​ຈີນ ແລະ ຮີດ​ຄອງ​ປະ​ເພ​ນີ​ຕ່າງໆ​ຂອງ​ຈີນ ເພື່ອ​ສ້າງ​ບັນ​ຍາ​ກາດ​ອັນ​ເປັນ “ສີ​ລິ​ມຸງ​ຄຸນ ແລະ ຮ່ວມ​ກັນ​ຕ້ອນ​ຮັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ”.

ຕາມ​ຂ່າວ​ແຈ້ງວ່າ: ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແບບ​ປະ​ຢັດ​ແລະ​ກະ​ທັດ​ຮັດ, ການ​ປະ​ດັບ​ປະ​ດາ​ທິວ​ທັດ​ໃນ​​ຕົວເມືອງ​ໄດ້​ນຳ​ໃຊ້​ອຸ​ປະ​ກອນ​ທີ່​ເຄີຍ​ໃຊ້​ມາ​ແລ້ວຢ່າງ​ເຕັມ​ທີ່, ປະ​ດັບ​ຕົວ​ເມືອງ​ໃຫ້​ເປັນ​ສີ​ຂຽວ​ໃນ​ລະ​ດູ​ໜາວນີ້ ໂດຍ​ຜ່ານ​ຈາກ​ການ​ປະ​ດັບ​ປະ​ດາ​ຮູບ​ແກະ​ສະຫຼັກ​ຕາມ​ໜ້າ​ດິນ ແລະ ເພີ່ມ​ພືດ​ສີ​ຂຽວ​.