ວົງ​ການ​ການ​ເມືອງ​ຮົງ​ກົງ​ກ່າວ​ປະ​ນາມ​ອັນ​ທີ່​ເອີ້ນ​ວ່າ: ມະ​ຕິ​ກ່ຽວ​ກັບ​ຮົງ​ກົງ​ຂອງ​ສະພາ​ເອີ​ລົບ

2022-01-24 17:10:11 |ມາຈາກ: CRI

ໂດຍ​ແນ​ໃສ່​ມະ​ຕິ​ກ່ຽວ​ກັບ​ຮົງ​ກົງ​ທີ່​ສະ​ພາ​ເອີ​ລົບ​ໄດ້​ຮັບ​ຮອງ​ໃນ​ກ່ອນ​ໜ້າ​ນີ້, ຫຼາຍ​ມື້​ມາ​ນີ້, ວົງ​ການ​ການ​ເມືອງ​ຮົງ​ກົງ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ ໂດຍ​ຮຽກ​ຮ້ອງ​ໃຫ້​ນັກ​ການ​ເມືອງ​ທີ່​ກ່ຽວ​ຂ້ອງ​ຢຸດ​ຕິການ​ກະ​ທຳ​ທາງ​ການ​ເມືອງ​ທີ່​ຄັດ​ຄ້ານ​ຈີນ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ຮົງ​ກົງ, ຢຸດ​​ຕິການ​ກະ​ທຳ​ທຸກ​ຮູບ​ແບບ​ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ກ່ອນ​ໜ້າ​ນີ້, ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ​ຂອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້ອອກ​ຖະ​ແຫຼງ​ການ ໂດຍ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ມະ​ຕິ​​ດັ່ງ​ກ່າວຂອງ​ສະ​ພາ​ເອີ​ລົບ ແລະ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ເອີ​ລົບ​ຈົ່ງ​ເຄົາ​ລົບ​ປະ​ຫວັດ​ສາດ​ແລະ​ຄວາມ​ເປັນ​ຈິງ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແລະຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ, ຢຸດ​ຕິ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍທຸກ​ຢ່າງ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ນະ​ໂຍ​ບາຍ “ປະ​ເທດ​​ດຽວສອງ​ລະ​ບອບ”, ຄັດ​ຄ້ານ​ປະ​ເທດ​ຈີນ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​​ກັບຮົງ​ກົງ.

ຫວ່າງມໍ່ໆ​ມາ​ນີ້, ສະ​ມາ​ຊິກສະ​ພາ​ນິ​ຕິ​ບັນ​ຍັດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ 88 ທ່ານ​​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ໄດ້​ລະ​ບຸ​ວ່າ: ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ຢູ່ຮົງ​ກົງ ​ເປັນ​ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ, ຄວາມ​ປອດ​ໄພ​, ສິດ​ແລະ​ຜົນ​ປະ​ໂຫຍດ ​ລວມ​ທັງ​ເສ​ລີ​ພາບຂອງ​ຊາວ​ຮົງ​ກົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮົງ​ກົງ​ໄດ້​ຟຶ້ນ​ຟູ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ແລະ​​ກົດລະ​ບຽບ​ທາງ​ສັງ​ຄົມ​ພາຍ​ໃຕ້​ກົດ​ໝາຍ​ສະ​ບັບ​ນີ້, ໄດ້​ເປີດ​ຂະບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ ໂດຍ​ຜ່ານ​ການ​ປັບ​ປຸງ​ລະ​ບອບ​ການ​ເລືອກ​ຕັ້ງ. ​ສະ​ພາ​ເອີ​ຣົ​ບ​ໄດ້​ຮັບ​ຮອງ​ອັນ​ທີ່​ເອີ້ນ​ວ່າ​ມະ​ຕິ​ກ່ຽວ​ກັບ​ຮົງ​ກົງ ໂດຍບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ​, ບິດ​ເບືອນ​ຄວາມ​ຈິງ​​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢູ່​ຮົງ​ກົງ​ດ້ວຍ​ເຈດ​ຕະ​ນາ​ຮ້າຍ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ປ່ຽມ​ວ່າ: ນັກ​ການ​ເມືອງ​ບາງ​ຄົນ​ໃນ​ສະ​ພາ​ເອີ​ລົບ ມີ​ແຕ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງເທົ່າ​ນັ້ນ ຈິ່ງ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງ​ໂດຍ​ຖື​​ເອົາເສ​ລີ​ພາບ​ແລະ​ສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​ອີກ​ແລ້ວ​ອີກ​ຕື່ມ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກຸ່ມ​ຕໍ່​ຕ້ານ​ຈີນ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ຮົງ​ກົງ. ນັກ​ການ​ເມືອງ​ເຫຼົ່າ​ນີ້​ຕ້ອງ​ຢຸດ​ຕິ​ການ​ກະ​ທຳ​ທາງ​ການ​ເມືອງ​ທີ່​ໄຮ້​ປະ​ໂຫຍດ, ​ຄວນເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເອີ​ລົບ ແລະ​ມີ​ຜົນ​ປະ​ໂຫຍດ​ຕໍ່​ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ​ໃຫ້ຫຼາຍກວ່າ​ເກົ່າ.