ຈີນຈະຮ່ວມມືກັບບັນດາຝ່າຍສ້າງໜ່ວຍງານເພື່ອນມິດສຳລັບຂໍ້ລິເລີ່ມການພັດທະນາທົ່ວໂລກ

2022-01-27 11:50:42 |ມາຈາກ: CRI

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວຢືນຢັນໃນກອງ ປະຊຸມຖະແຫຼງຂ່າວໃນວັນທີ 24 ມັງກອນນີ້ວ່າ: ຜູ້ຕາງໜ້າຂອງ 100 ກວ່າປະເທດໄດ້ມີຄວາມຫ້າວຫັນພາກັນເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງ “ໜ່ວຍງານເພື່ອນມິດສຳລັບຂໍ້ລິເລີ່ມການພັດທະນາທົ່ວໂລກ”ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນີວຢອກ ສະຫະລັດອາເມຣິກາໃນເມື່ອມໍ່ໆມານີ້, ຈີນຈະຮ່ວມກັບບັນດາຝ່າຍແລກປ່ຽນຄວາມເຫັນຢ່າງໃກ້ຊິດ, ຮ່ວມກັນສ້າງ “ໜ່ວຍງານເພື່ອນມິດສຳລັບຂໍ້ລິເລີ່ມການພັດທະນາທົ່ວໂລກ”ໃຫ້ເປັນເວທີສຳລັບການແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມືແລະຮ່ວມກັນສະແຫວງການພັດທະນາຢ່າງມີປະສິດທິຜົນ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຂໍ້ລິເລີ່ມການພັດທະນາທົ່ວໂລກແມ່ນສະເໜີ ໂດຍປະເທດຈີນ, ແຕ່ເປັນຂອງທົ່ວໂລກ. ຂໍ້ລິເລີ່ມດັ່ງກ່າວໄດ້ຍຶດໝັ້ນຈິດໃຈ ຄູ່ຮ່ວມມືແບບເປີດປະຕູ,ໂອບເອື້ອອາລີ ພ້ອມດ້ວຍຫຼັກການ “ປຶກສາຫາ ລືຮ່ວມກັນ, ສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ”, ແລະເປີດປະຕູສູ່ໝົດທຸກປະ ເທດ. “ໜ່ວຍງານເພື່ອນມິດ” ເປັນບາດກ້າວສຳຄັນໃນການສ້າງ ກົນໄກການຮ່ວມມືຕາມຂອບຂໍ້ລິເລີ່ມ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງ ເດັດດ່ຽວຂອງຈີນໃນການປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ.

ທ່ານຈ້າວລີ້ຈ່ຽນກ່າວຢືນຢັນວ່າ: ໃນຕໍ່ໜ້າ, ຈີນຍັງຈະສືບຕໍ່ຈັດກິດຈະກຳ ປະເພດ ຕ່າງໆໂດຍປິ່ນອ້ອມການເລັ່ງຈັດຕັ້ງປະຕິບັດວາລະປີ2030 ໃຫ້ເປັນ ຮູບປະທຳພາຍໃຕ້ຂອບ “ໜ່ວຍງານເພື່ອນມິດ” , ເພື່ອເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນໃນສາກົນຕື່ມອີກແລະ ວາງແຜນເພື່ອຊອກຫາຊ່ອງທາງການຮ່ວມມືຕົວຈິງ.