ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ຂອງ​ຈີນຢູ່​ໃນ​ອັນ​ດັບ​ 1 ຂອງ​ໂລກ 5 ປີລຽນ​ຕິດ

2022-01-27 11:55:42 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 25 ມັງ​ກອນ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປ​ະ​ຊຸມ​ຂ່າວ. ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ແ​ຈ້ງ​ສະ​ພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ດ້ານ​ການ​ຄ້າ​ຂອງ​ຈີນ​ໃນ​ປີ 2021, ໂດຍໃຫ້​ຮູ້​ວ່າ, ປີ 2021 ຈີນໄດ້​ກາຍ​ເປັນ​ຕະຫຼາດບໍ​ລິ​ໂພກ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ, ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ຢູ່​ໃນ​ອັນ​ດັບ 1 ຂອງ​ໂລກ​ 5 ​ປີລຽນ​ຕິດ,​ການດຶງ​ດູດການ​ລົງ​​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເປັນ​ອັນ​ດັບ 2 ​ຂອງ​ໂລກ, ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ຕ່າງ​ປະ​ເທດ​ຢູ່​ໃນລະ​ດັບ​ນຳ​ໜ້າ​​ໂລກ, ຈີນໄດ້​ສ້າງ​ເຂດ​ທົດ​ລ​ອງ​ການ​ຄ້າ​ເສ​ລີ 21 ແຫ່ງ, ໄດ້ຊຸກ​ຍູ້​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ, ໄດ້​ເຊັນ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື ອາ​ເຊັບ​ທີ່​ເປັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ການ​ຄ້າ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ໃນ​ທິດ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ ແລະ ດີກວ່າ​ຄາດ​ໝາຍ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ ການ​ບໍ​ລິ​ໂພກ ແລະ ອັດ​ຕາ​ສ່ວນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່, ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ, ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ​ໃນ​ໄລ​ຍະ​​ຈັດ​ຕັ້ງປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14, ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຢ່າງ​ຕໍ່​ເນື່ອງ.