ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ເຮືອນ​ປະ​ຊາ​ຊົນ​ຢູ່​ບ້ານ​ເຟີງ​ນານຢວນ​ເມືອງ​ໂຮ້​ໂຈ່

2022-01-28 17:47:57 |ມາຈາກ: CRI


ໃນ​ໄລ​ຍະ​​ກ່ອນບຸນ​ກຸດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​​ຂັ້ນ​ຮາກ​ຖານ​ຂອງແຂວງ​ສ່ານ​ຊີ່. ໃນ​ຕ​ອນ​ບ່າຍ​ວັນ​ທີ 26 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ບ້ານ​ເຟີງນານຢວນ​ເມືອງ​ໂຮ້​ໂຈ່, ເພື່ອຢ້ຽມ​ຢາມ​ເຮືອນ​​ປະ​ຊາ​ຊົນ, ​ຮັບ​ຮູ້​ສະ​ພາບ​ການ​ສ້າງ​ສາ​ຄືນ​ໃໝ່ຫຼັງ​ຈາກ​ເກີດ​ໄພ​ທຳ​ມະ​ຊາດ, ​ເພີ່ມການ​ປູກ​ຝັງ​​ໃນ​ລ​ະດູ​ໃບ​ໄມ້ຫຼົ່ນ ແລະ ລະ​ດູ​ໜາວເພື່ອ​ທົດ​ແທນ​ຜົນ​ເສຍ​ຫາຍ, ​ການຮັບ​ປະ​ກັນ​​ໃຫ້ປະ​ຊາ​ຊົນ​ສາ​ມາດ​ຜ່ານ​ລະ​ດູ​ໜາວ​ໄດ້​ຢ່າງ​ປອດ​ໄພ ແລະ ອົບ​ອຸ່ນ.

ຢູ່​ບ້ານ​ເຟີງນານຢວນປະ​ກອບ​ມີ 151 ຄອບ​ຄົວ​ມີ​ປະ​ຊາ​ກອນ​ທັງ​ໝົດ 366 ຄົນ, ມີ​ດິນ​ປູກ​ຝັງ102 ເຮັກ​ຕາ. ​ຍ້ອນ​ເກີດ​ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ໃນ​ເດືອນ​ຕຸ​ລາ​ປີ 2021 ຜ່ານ​ມາ, ​ເຮັດ​ໃຫ້​ເຮືອນ​ປະ​ຊາ​ຊົນ 19 ຄອບ​ຄົວ​ຈຳ​ນວນ 29ຫ້ອງ​ໄດ້​ພັງ​ທະ​ລາຍ​ລົງ, ​ແລະ 42 ຄອບ​ຄົວ​ຈຳ​ນວນເຮືອນ 65 ຫຼັງ​​ໄດ້ຮັບ​ຄວາມ​ເສຍ​ຫາຍ, ​ກາຍເປັນ​ບ້ານ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ. ຫຼັງ​ຈາກ​ໄພ​ພິ​ບັດ​ຄັ້ງ​ນີ້, ທ້ອງ​ຖິ່ນ​ແຫ່ງ​ນັ້ນ​ໄດ້​ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ສ້າ​ງ​ສາ​ຄືນ​ໃໝ່​ຢ່າງວ່ອງ​ໄວ, ​ປັດຈຸ​ບັນ ເຮືອນ​ປະ​ຊາ​ຊົນ​ທີ່​​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ນັ້ນ​ໄດ້​ປັບ​ປຸງ​ໃຫ້​ສຳ​ເລັດ​ທັງ​ໝົດ, ຊາວ​ບ້ານ​ທີ່​​ໄດ້​ຮັບ​ຜົນ​ກະ​ທົບ​ກໍ​ໄດ້​ຍ້າຍ​ເຂົ້າ​ສູ່​ເຮືອນ​ໃໝ່ແລ້ວ.