ເປີດເຜີຍ “10 ຂ່າວເດັ່ນປະຈຳປີ2021ກ່ຽວກັບການເຂົ້າຮ່ວມຂອງຈີນໃນການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອະນຸພາກພື້ນແມ່ນ້ຳຂອງ”

2022-01-28 17:49:11 |ມາຈາກ: CRI

ວັນທີ 27 ມັງກອນນີ້, “10 ຂ່າວເດັ່ນປະຈຳປີ2021ກ່ຽວກັບການເຂົ້າຮ່ວມຂອງຈີນໃນ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອະນຸພາກພື້ນແມ່ນ້ຳຂອງ” ເຊິ່ງ ຮ່ວມກັນຄັດເລືອກໂດຍຫຼາຍພາກສ່ວນເຊັ່ນ: ກອງເລຂາຈີນກ່ຽວກັບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງກະຊວງການຕ່າງປະເທດຈີນ ແລະ ອື່ນໆ ໄດ້ ເປີດເຜີຍຢ່າງເປັນທາງການຢູ່ນະຄອນຄຸນມິງ ແຂວງຢູນນານປະເທດຈີນ.

10ຂ່າວເດັ່ນດັ່ງກ່າວປະກອບມີ: ຫນຶ່ງ: ການກຳນົດທິດທາງການເຄື່ອນໄຫວການ ຕ່າງປະເທດຂອງປະມຸກລັດ, ການເປີດປະຫວັດສາດໜ້າໃໝ່ແຫ່ງການສ້າງປະຊາຄົມ ຮ່ວມຊາຕາກຳຮ່ວມກັບປະເທດໃກ້ຄຽງ. ສອງ: ການນຳຂັ້ນສູງຂອງ 6 ປະເທດລຸ່ມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລກປ່ຽນການໄປມາຫາສູ່ກັນຢ່າງໃກ້ຊິດ, ມີຄວາມໄວ້ເນື້ອ ເຊື່ອໃຈກັນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສາມ: 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳ ຂອງໄດ້ຮ່ວມມືກັນຕ້ານພະຍາດໂຄວິດ-19, ການຮ່ວມມືດ້ານສາທາລະນະສຸກມີ ບາດກ້າວຂະຫຍາຍຕົວຢ່າງໃຫຍ່ຫຼວງ. ສີ່: ເສັ້ນທາງລົດໄຟຈີນ-ລາວເປີດນຳ ໃຊ້ຢ່າງເປັນທາງການ, ການເຊື່ອມໂຍງເຊື່ອມຈອດກັນໄດ້ຊຸກຍູ້ໃຫ້ເຂົ້າສູ່ລວງ ເລິກແລະລວງກວ້າງ. ຫ້າ: ການໄປມາຫາສູ່ກັນດ້ານເສດຖະກິດການຄ້າໄດ້ຂະ ຫຍາຍຕົວແບບສວນກະແສ, ການຮ່ວມມືດ້ານຄວາມສາມາດການຜະລິດໄດ້ຮັບ ການປັບປຸງໃຫ້ມີຄຸນນະພາບແລະມີລະດັບສູງຂຶ້ນ. ຫົກ: ໄດ້ເປີດຂະບວນການໃໝ່ໃນການຮ່ວມມືທ້ອງຖິ່ນ, ການພັດທະນາດ້ານກົນໄກໄດ້ເພີ່ມແຮງຂັບເຄື່ອນໃໝ່. ເຈັດ: ການຮ່ວມມືດ້ານກະສິກຳໄດ້ຮັບຫມາກຜົນອັນອຸດົມສົມບູນ, ການຄ້າຜະລິດ ຕະພັນກະສິກຳໄດ້ສ້າງສະຖິຕິສູງອີກຄັ້ງໃໝ່. ແປດ: ການຮ່ວມມືດ້ານຊັບພະຍາ ກອນນ້ຳໄດ້ຂະຫຍາຍຕົວໄປໜ້າຢ່າງແຂງແຮງ, ການອະນຸລັກສິ່ງແລດລ້ອມ ໄດ້ຮັບປະສິດທິຜົນອັນພົ້ນເດັ່ນ. ເກົ້າ: ການຮ່ວມມືກ່ຽວກັບຊີວິດການເປັນຢູ່ຂອງປະ ຊາຊົນໄດ້ສ້າງຜົນປະໂຫຍດໃຫ້ກັບຄອບຄົວເປັນພັນເປັນໝື່ນຄອບຄົວ, ສືບຕໍ່ສ້າງ ຄວາມສຸກໃຫ້ກັບປະຊາຊົນ. ສິບ: ການແລກປ່ຽນດ້ານວັດທະນະທຳປາກົດມີຈຸດເດັ່ນ ຢ່າງຫຼວງຫຼາຍ, ພື້ນຖານການເຊື່ອມສານກັນທາງດ້ານຈິດໃຈລະຫວ່າງປະ ຊາຊົນບັນດາປະເທດໄດ້ຮັບການປັບປຸງໃຫ້ໝັ້ນຄົງ.

ກ່ຽວກັບການພັດທະນາການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນ ອະນາຄົດ, ທ່ານລຽງຈ້ຽນຈຸ່ນ ທີ່ປຶກສາກົມອາຊີກະຊວງການຕ່າງປະເທດຈີນ ໄດ້ສະເໜີ 3 ຂໍ້ສະເໜີດັ່ງນີ້: ໜຶ່ງ: ສືບຕໍ່ຮັກສາການໄປມາຫາສູ່ກັນລະຫວ່າງ ການນຳຂັ້ນສູງໃຫ້ຫຼາຍກວ່າເກົ່າແລະມີປະສິດທິຜົນຫຼາຍກວ່າເກົ່າ, ສອງ:ສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າທີ່ມີຂະໜາດໃຫຍ່ກວ່າເກົ່າ ແລະມີຄຸນນະພາບສູງກວ່າເກົ່າ. ສາມ: ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ໃຫ້ແໜ້ນແຟ້ນກວ່າເກົ່າແລະມີລະດັບສູງກວ່າເກົ່າ. ໃນເວລາປະກອບຄຳເຫັນ, ບັນດາທ່ານທູຕານຸທູດຂອງປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕ່າງກໍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືລະຫວ່າງຈີນກັບປະເທດລຸ່ມແມ່ນ້ຳຂອງໃນປີ2021ຜ່ານມາ, ແລະຫວັງວ່າໃນປີໃໝ່2022ນີ້ຈະສາມາດສືບຕໍ່ເພີ່ມທະວີການ ຮ່ວມມືກັນເພື່ອຮັບປະກັນການປັບປຸງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄຸນນະພາບແລະມີລະດັບສູງຂຶ້ນກວ່າເກົ່າ.