ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ແລະ​ຣັດ​ເຊຍ​ຈະສືບ​ຕໍ່ໄວ້​ເນື້ອ​ເຊື່ອ​ໃຈ​​ກັນຕະຫຼອດ​ໄປ

2022-01-28 17:50:46 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 27 ມັງ​ກອນ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ກັບ​ທັດ​ສະ​ນະ​ຂອງທ່ານ​ເຊີ​ເກ ລາ​ຟ​ໂລ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທີ່​ມີ​ຕໍ່​ສາຍ​ພົວ​ພັນ​ຣັດ​ເຊຍ-ຈີນ. ທ່ານ​ຈ້າວ​ລີ​ຈ່ຽນ​ກ່າວ​ວ່າ: ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສອງ​ຝ່າຍ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​​ໃນລະ​ດັບ​ສູງຕໍ່​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຈີນ​ແລະ​ຣັດ​ເຊຍ​ຈະ​ສືບ​ຕໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຕະຫຼອດ​ໄປ, ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຈະ​ບໍ່​ມີ​​ຂອບ​ເຂດ​ທີ່​ເປັນ​ຂໍ້​ຫ້າມ, ​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​​ໄປ​ສູ່ທຸກ​ເຊັ່ນ​ຄົນ.

ຂ່າວ​ແຈ້ງວ່າ: ທ່ານ​ເຊີ​ເກ ລາ​ຟ​ໂລ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ກ່າວ​ໃນ​ຫວ່າງມໍ່ໆ​ມາ​ນີ້​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ໃນ​ຍຸກ​ໃໝ່ ແມ່ນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດໃນ​ສະ​ຕະ​ວັດ​ທີ 21, ໃນ​ບາງ​ດ້ານ​ຍັງ​ລື່ນ​ກາຍ​ການ​ພົວ​ພັນ​ທີ່​ເປັນ​ພັນ​ທະ​ມິດ​ທາງ​ການ​ເມືອງ​ການ​ທະ​ຫານ​ອັນ​ເປັນ​ມູນ​ເຊື້ອ. ປະ​ເທດ​ຕາ​ເວັນ​ຕົກ​ພວມ​ມີ​ເຈດ​ຕະ​ນາ​ຢາກ​ນຳ​ໃຊ້​ການ​​ລົງ​ໂທດ, ສ້າງຫາງ​ສຽງ ແລະ​ໃຫ້​ອົງ​ການ​ຂ່າວ​ລັບ​ກໍ່​ການ​ທ້າ​ທາຍ​ເກາະ​ຜິດ ແລະ​​ເຮັດ​ທຸກວິ​ທີ​​ທີ່​ໂຫດ​ຮ້າຍ ເພື່ອ​ “ລົງ​ໂທດ” ຣັດ​ເຊຍ​ແລະ​ຈີນ ເຊິ່ງ​ເປັນ​ປະ​ເທດ​ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ດັ່ງ​ກ່າວ, ທ່ານ​ຈ້າວລີ້​ຈ່ຽນ​ກ່າວ​ວ່າ: ຈີນ​ແລະ​ຣັດ​ເຊຍ​ໄດ້​ຖືກ​ເອົາ​ການ​ພົວ​ພັນ​ສອງ​ຝ່າຍ​ເປັນ​ບູ​ລິ​ມະ​ສິດ​ໃນດ້ານ​ການ​ຕ່າງ​ປະ​ເທດ​ເຊິ່ງ​ກັນ​ແລະ​ກັນ ​ເຊິ່ງເປັນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​​ບົນ​ພື້ນ​ຖານ​ການ​ພັດ​ທະ​ນາ​​ໃນ​ໄລ​ຍະ​ຍາວ, ເປົ້າ​ໝາຍ​​ພື້ນ​ຖານແມ່ນ​ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ສອງ​ປະ​ເທດ ກໍ​ຄື​ປະ​ຊາ​ຊົນ​ທັງ​ສອງ​​ຊາດ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ ກໍ​ຄື​ການ​ສົ່ງ​ເສີມ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສາ​ກົນ.