ທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ2022

2022-01-28 17:52:57 |ມາຈາກ: CRI

ລະຫວ່າງວັນທີ 4-6 ກຸມພາໜ້ານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະ ເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ2022, ແລະຈະຈັັດ ງານລ້ຽງຮັບຮອງຢ່າງສົມກຽດໃຫ້ກັບປະມຸກລັດ, ຫົວໜ້າລັດຖະບານ, ພະບໍລົມວົງສານຸວົງປະເທດຕ່າງໆພ້ອມດ້ວຍຜູ້ຮັບຜິດຊອບອົງການຈັດຕັ້ງສາກົນທີ່ເດີນທາງມາເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງ, ແລະຍັງຈະຈັດ ກິດຈະກຳສອງຝ່າຍທີ່ກ່ຽວຂ້ອງອີກດ້ວຍ.