10 ເຫດການຂ່າວສໍາຄັນ ທີ່ ສປ ຈີນ ມີການສ່ວນຮ່ວມ ໃນ LMC ແລະ ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ປະຈໍາປີ 2021

2022-01-28 17:54:37 |ມາຈາກ:

ປະເທດຈີນ ມີສາຍພູສາຍນໍ້າຕິດຈອດກັບ 5 ປະເທດແມ່ນໍ້າຂອງ, ໄດ້ມີການເພິ່ງພາອາໄສ ແລະ ເບິ່ງແຍງເຊິ່ງກັນແລະກັນມາໂດຍຕະຫຼອດ, ທັງເປັນບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນສະໜິດແໜ້ນ ແລະ ເປັນຄູ່ຮ່ວມມືນໍາກັນມາໂດຍທໍາມະຊາດ. ປີ 2021, ພາຍໃຕ້ເບື້ອງຫຼັງທີ່ສັບສົນຂອງພະຍາດລະບາດ ຄວບຄູ່ກັບການປ່ຽນແປງທີ່ສະຫຼັບສັບຊ້ອນທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ປະເທດຈີນ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງໄດ້ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ຮ່ວມແຮງຮ່ວມໃຈກັນໃນການຊອກສະແຫວງຫາການພັດທະນາ, ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູເສດຖະກິດຂອງບັນດາປະເທດ ກໍຄື ການສ້າງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ກອງເລຂາການຮ່ວມມືລະຫວ່າງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂອງ ຝ່າຍຈີນ ໄດ້ຈັບມືກັບວາລະສານ CHINA REPORT ASEAN, ສຳນັກພິມວາລະສານ “ແມ່ນໍ້າຂອງ”ຂອງກຸ່ມບໍລິສັດໜັງສືພິມລາຍວັນແຂວງຢຸນນານ ແລະ ຫົວໜ່ວຍທີ່ກ່ຽວຂ້ອງໄດ້ພ້ອມກັນປະເມີນ ແລະ ເລືອກໄດ້ “10 ເຫດການຂ່າວສໍາຄັນ ຂອງ ການມີສ່ວນຮ່ວມຂອງປະເທດຈີນ ໃນການຮ່ວມມືລຸ່ມແມ່ນໍ້າຂອງ ປະຈໍາປີ 2021”, ເຊິ່ງໄດ້ເຮັດໃຫ້ເຫັນເຖິງໝາກຜົນອັນອຸດົມສົມບູນໃນການມີສ່ວນຮ່ວມຂອງປະເທດຈີນ ໃນການຮ່ວມມືຢູ່ລຸ່ມແມ່ນໍ້າຂອງ, ທັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນສວຍງາມ ຂອງ 6 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຕາມຄໍາຂວັນ “ຮ່ວມກັນດື່ມນໍ້າສາຍດຽວກັນ ມີໂຊກຊະຕາກ້ຽວພັນກັນ”.

ໜຶ່ງ. ການທູດປະມຸກລັດຊີ້ທິດເຍືອງທາງ ແລະ ເປີດສັກກະລາດໃໝ່ ແຫ່ງການສ້າງປະຊາຄົມຮ່ວມຊະຕາກຳກັບປະເທດອ້ອມຂ້າງປີ 2021, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກຳກັບວຽກງານຕ່າງໆດ້ວຍຕົນເອງ, ໄດ້ຮັກສາການປະສານງານຢ່າງໃກ້ຊິດກັບການນໍາ ຂອງບັນດາປະເທດແມ່ນໍ້າຂອງ ຜ່ານການພົບປະ, ການໂທລະສັບທາງໄກ, ການສົ່ງຈົດໝາຍເຊິ່ງກັນແລະກັນ ແລະ ຮູບແບບອື່ນໆ ອັນໄດ້ສ້າງເປັນແຜນວາດອັນສວຍງາມຂອງການຮ່ວມມືດັ່ງກ່າວ. ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົມໂທລະສັບທາງໄກ ກັບ ທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໄດ້ພ້ອມກັນປະກາດເປີດປີມິດຕະພາບ ລາວ-ຈີນ ຢ່າງເປັນທາງການ (ວັນທີ 21 ມັງກອນ); ໄດ້ລົມໂທລະສັບທາງໄກ 2 ຄັ້ງ ກັບ ທ່ານ ຫງວຽນຟູຈ໋ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ (ວັນທີ 8 ກຸມພາ ແລະ ວັນທີ 24 ກັນຍາ), ໄດ້ໂທລະສັບທາງໄກກັບ ທ່ານ ຫງວຽນຊວນຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ (ວັນທີ 24 ພຶດສະພາ),ເຊິ່ງທັງສອງຝ່າຍໄດ້ລົງເລິກຄວາມເຊື່ອໝັ້ນເຊິ່ງກັນແລະກັນດ້ານຍຸດທະສາດແລະ ຮັດແໜ້ນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ; ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ຮຸນເຊນ, ປະທານພັກປະຊາຊົນກຳປູເຈຍ ໃນໂອກາດວັນສ້າງຕັ້ງພັກປະຊາຊົນກໍາປູເຈຍ ຄົບຮອບ 70 ປີ (ວັນທີ 28 ມິຖຸນາ); ໄດ້ພົບປະທາງໄກ ກັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພ້ອມກັນເຂົ້າຮ່ວມພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ (ວັນທີ 3 ທັນວາ).ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກໍານົດທິດທາງ ແລະ ນໍາພາ ການຮ່ວມມືດ້ວຍໄມຕີຈິດມິດຕະພາບ ລະຫວ່າງ ສປ ຈີນ ກັບບັນດາປະເທດແມ່ນໍ້າຂອງ, ຊຸກຍູ້ໃຫ້ມານະຈິດແຫ່ງການສ້າງປະຊາຄົມຮ່ວມຊະຕາກໍາໄດ້ປົ່ງໜໍ່ຈໍ່ດອກຢູ່ປະເທດອ້ອມຂ້າງ ແລະ ມີໝາກຜົນອັນອຸດົມສົມບູນ, ທັງສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດອີກດ້ວຍ.

ສອງ. ການນໍາຂັ້ນສູງຂອງ 6 ປະເທດ ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ຄວາມໄວ້ເຊື່ອໃຈເຊິ່ງກັນແລະກັນທາງດ້ານການເມືອງນັບມື້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງວັນທີ 9 ກັນຍາ ປີ 2021, ທ່ານ ຫຼີເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (GMS) ຜ່ານລະບົບວີດີໂອທາງໄກ ແລະ ໄດ້ກ່າວວ່າ ສປ ຈີນ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມໃກ້ຊິດກັນ, ມີຄວາມສະໜິດສະໜົມຄືກັນກັບຄົນຄອບຄົວດຽວກັນ, ບັນດາປະເທດຄວນເຕົ້າໂຮມຄວາມຮັບຮູ້ຮ່ວມກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ບຸກເບີກຂົງເຂດການຮ່ວມມືໃຫ້ກວ້າງອອກ, ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ, ພ້ອມກັນຊຸກຍູ້ໃຫ້ເຂດລຸ່ມແມ່ນໍ້າຂອງມີການພັດທະນາແບບຍືນຍົງແລະ ເອື້ອອຳນວຍກັນ. ກອງປະຊຸມຄັ້ງນີ້ ໄດ້ອອກ“ຖະແຫຼງການຮ່ວມຂອງ ກອງປະຊຸມຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7”, ໄດ້ຮັບຮອງຜ່ານ “ຍຸດທະສາດການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030”, “ແຜນດຳເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດໂຄວິດ-19 ໃນອະນຸພາກພື້ນແມ່ນໍ້າຂອງ ສຳລັບປີ 2021-2023” ແລະ ເອກະສານອື່ນໆທີ່ເປັນໝາກຜົນສໍາຄັນຂອງກອງປະຊຸມຄັ້ງນີ້. ປີ 2021, ທ່ານນາຍົກລັດຖະມົນຕີ ຫຼີເຄີ້ສຽງຍັງໄດ້ພົບປະ ກັບ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ທ່ານຟາມບິງມິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ປະຍຸດຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານອື່ນໆ ຜ່ານລະບົບວີດີໂອທາງໄກ, ໂທລະສັບ, ການສົ່ງສານເຊິ່ງກັນແລະກັນ ແລະ ຮູບແບບອື່ນໆເພື່ອຮັກສາການພົວພັນປະສານງານກັນຢ່າງໃກ້ຊິດ. ວັນທີ 8 ເດືອນມິຖຸນາ, ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6 ໄດ້ຈັດຂຶ້ນທີ່ນະຄອນຈົງກິ່ງ. ທ່ານ ຫວັງອີ້,ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າ ຝ່າຍຈີນຈະເດັດດ່ຽວຈັດຕັ້ງຜັນຂະຫຍາຍທັດສະນະວຽກງານການພົວພັນກັບບັນດາປະເທດອ້ອມຂ້າງ ແບບ “ສະໜິດສະໜົມ, ຈິງໃຈ, ເອື້ອອຳນວຍ, ອະນຸເຄາະ” ຕາມຈິດໃຈທີ່ ທ່ານປະທານປະເທດ ສີຈິ້ນຜິງ ສະເໜີອອກໃນຜ່ານມາ,ຈະຮ່ວມກັບບັນດາປະເທດແມ່ນໍ້າຂອງສ້າງປະຊາຄົມຮ່ວມຊະຕາກໍາຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ພ້ອມກັນເປີດສັກກະລາດ “5 ປີ ສີຄໍາ” ໃໝ່ຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງຜ່ານ “ຖະແຫຼງການຮ່ວມ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງ ຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, “ຂໍ້ລິເລີ່ມ ກ່ຽວກັບ ການລົງເລິກການຮ່ວມມື ລະຫວ່າງ ທ້ອງຖິ່ນ ຂອງສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ຖະແຫຼງການຮ່ວມ ກ່ຽວກັບ ການລົງເລິກຮ່ວມມືການແພດພື້ນເມືອງ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ແລະ ເອກະສານສໍາຄັນອື່ນໆ. ປີ 2021, ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງໄປຢ້ຽມຢາມມຽນມາ, ຫວຽດນາມ, ກໍາປູເຈຍ ຕາມລຳດັບ, ໄດ້ເຂົ້າຢ້ຽມພົບການນໍາຂັ້ນສູງ ແລະ ມີການພົບປະກັບລັດຖະມົນຕີຕ່າງປະເທດຂອງບັນດາປະເທດແມ່ນໍ້າຂອງແບບສອງຝ່າຍ ປະມານ 20 ກວ່າຄັ້ງ.

ສາມ. 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຈັບມືກັນຕ້ານພະຍາດໂຄວິດ-19, ການຮ່ວມມືດ້ານສາທາລະນະສຸກມີການເປີດກ້ວາງຕື່ມອີກບາດກ້າວໜຶ່ງປີ 2021, ເມື່ອປະເຊີນໜ້າກັບການລະບາດ ຂອງ ພະຍາດໂຄວິດ-19 ທີ່ເກີດຂຶ້ນແບບກັບໄປກັບມານີ້, 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ພ້ອມກັນຕໍ່ສູ້ຕ້ານພະຍາດໂຄວິດ-19, ຜ່ານການກະທຳຕົວຈິງ ສະແດງໃຫ້ເຫັນເຖິງມິດຕະພາບຖານສະຫາຍອ້າຍນ້ອງ ທີ່ອຸ້ມຊູຄໍ້າຈູນເຊິ່ງກັນແລະກັນ ແລະ ຄຸນນະທຳຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະກັນ. ສປ ຈີນ ໄດ້ສະໜອງອຸປະກອນການແພດໃນການຕ້ານພະຍາດໂຄວິດ-19 ເປັນຈຳນວນຫຼາຍຊຸດໃຫ້ແກ່ 5 ປະເທດແມ່ນໍ້າຂອງ ເຊັ່ນ: ກ່ອງກວດຫາເຊື້ອພະຍາດໂຄວິດ-19, ຜ້າອັດປາກດັງ, ຊຸດປ້ອງກັນເຊື້ອພະຍາດ ແລະ ອຸປະກອນເຄື່ອງໃຊ້ອື່ນໆ, ໄດ້ຈັດກອງປະ ຊຸມແລກປ່ຽນບົດຮຽນ ແລະ ປະສົບການໃນການຕ້ານພະຍາດໂຄວິດ-19, ໄດ້ສົ່ງທີມແພດໄປຊ່ວຍເຫຼືອ, ໄດ້ຊ່ວຍສ້າງຫ້ອງທົດລອງກວດຫາເຊື້ອພະຍາດໂຄວິດ-19, ສ້າງໂຮງໝໍພາກສະໜາມ ເພື່ອຊ່ວຍບັນດາປະເທດໃນການຕ້ານພະຍາດໂຄວິດ-19. ມາຮອດທ້າຍປີ 2021, ສປ ຈີນ ໄດ້ສະໜອງວັກຊີງປ້ອງກັນພະຍາດໂຄວິດ-19 ດ້ວຍຮູບແບບການຊ່ວຍເຫຼືອລ້າ ແລະ ການຈັດຊື້ ໃຫ້ແກ່ 5 ປະເທດແມ່ນໍ້າຂອງ ລວມທັງໝົດຈຳນວນ 190 ລ້ານຫຼອດ.ເດືອນມິຖຸນາ ປີ 2021 ໃນໄລຍະຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6, ບັນດາລັດຖະມົນຕີຕ່າງປະເທດ ໄດ້ພິຈາລະນາ ແລະ ຮັບຮອງຜ່ານ “ຖະແຫຼງການຮ່ວມ ກ່ຽວກັບການລົງເລິກຮ່ວມມືການແພດພື້ນເມືອງ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, ໂດຍເຫັນເປັນເອກະພາບກັນ ໃນການສະໜັບສະໜູນໃຫ້ນໍາໃຊ້ການແພດ-ການຢາ ພື້ນເມືອງຂອງບັນດາປະເທດ ເຂົ້າຮ່ວມໃນການສະກັດກັ້ນ ແລະ ປ້ອງກັນການລະບາດ ຂອງ ພະຍາດໂຄວິດ-19 ໃນທົ່ວໂລກ, ທັງເປັນການຊຸກຍູ້ການພັດທະນາດ້ານສາທາລະນະສຸກ ຂອງ ອະນຸພາກພື້ນ. 6 ປະ ເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດ “ໂຄງການແຜນຢາພື້ນເມືອງຈີນເອື້ອອຳນວຍໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ກິດຈະກໍາສ້າງສຸຂະພາບຈິດທີ່ດີ ໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ກິດຈະກໍາປ້ອງກັນພະຍາດຕິດແປດເຂດຮ້ອນ” ແລະ ໂຄງການອື່ນໆ, ເຊິ່ງເປັນການສະໜັບສະໜູນການພັດທະນາການແພດພື້ນເມືອງ, ຍົກລະດັບການປ້ອງກັນພະຍາດຫຼອດເລືອດຫົວໃຈ ແລະ ສະໝອງ, ປ້ອງກັນເຊື້ອພະຍາດຈາກແມ່ທ້ອງ. ວັນທີ 17 ທັນວາ, “ເວທີສົນທະນາ ການຮ່ວມມືທາງການແພດພື້ນເມືອງ ຂອງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງພາຍຫຼັງການເກີດພະຍາດໂຄວິດ-19” ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລການແພດນະຄອນນານກິ່ງ, ໂດຍໄດ້ມີການປຶກສາຫາລື ກ່ຽວກັບທິດທາງການພັດທະນາ ແລະ ຊ່ອງທາງການຮ່ວມມືດ້ານການແພດພື້ນເມືອງຂອງບັນດາປະເທດ.

ສີ່. ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເຮັດໃຫ້ການເຊື່ອມໂຍງເຊື່ອມຈອດ ທາງກວ້າງ ແລະ ທາງເລິກ ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າປີ 2021, ພາຍໃຕ້ຄວາມພະຍາຍາມຮ່ວມກັນ ລະຫວ່າງ ສປ ຈີນ ກັບ5 ປະເທດແມ່ນໍ້າຂອງ, ໂຄງການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ທີ່ມີມາດຕະຖານສູງ, ຍືນຍົງ ແລະ ເອື້ອອຳນວຍໃຫ້ແກ່ປະຊາຊົນຈຳນວນຫຼາຍ ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ, ໄດ້ທະລຸເຮັດໃຫ້ຄໍຂວດຈໍາກັດການຄົມມະນາຄົມຂົນສົ່ງມີຄວາມສະດວກດີ ແລະ ຊຸກຍູ້ເຮັດໃຫ້ການເຊື່ອມໂຍງ ແລະ ພັດທະນາຂອງພາກພື້ນ ໄດ້ມີກໍາລັງແຮງພັກດັນທີ່ເຂັ້ມແຂງຍິ່ງຂຶ້ນ.ວັນທີ 3 ທັນວາ ປີ 2021, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ, ປະມຸກລັດຂອງສອງປະເທດ ໄດ້ພົບປະກັນຜ່ານລະບົບທາງໄກ ແລະ ເຂົ້າຮ່ວມພິທີເປີດການນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ໄປ-ກັບ ລະຫວ່າງ ປະເທດຈີນ ແລະປະເທດລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການ, ລົດຂົນສົ່ງທາງດ່ວນຂ້າມຊາຍແດນໂດຍກົງ ຈາກ ນະຄອນຈົງກິ່ງ-ນະ ຄອນຫຼວງວຽງຈັນ ສປປ ລາວໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ອັນໄດ້ເປັນການຍົກລະດັບການເຊື່ອມໂຍງເຊື່ອມຈອດຂອງພາກພື້ນໄດ້ຮັບການຍົກສູງຂຶ້ນຕື່ມອີກບາດກ້າວໜຶ່ງ. ບໍລິສັດຕາໜ່າງໄຟຟ້າພາກໃຕ້ຂອງຈີນ ກັບ ບໍລິສັດໄຟຟ້າລາວ ໄດ້ຮ່ວມທຶນກັນສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ໄດ້ເຊັນສັນຍາສຳປະທານກັບ ລັດຖະບານ ຂອງ ສປປ ລາວ, ການຮ່ວມມືທີ່ຮັບຜົນປະໂຫຍດຮ່ວມກັນຂອງ ສອງປະເທດ ລາວ-ຈີນ ໃນຂົງເຂດສາຍສົ່ງໄຟຟ້າໄດ້ມີບາດກ້າວທີ່ເປັນຮູບປະທຳຕົວຈິງຕື່ມອີກບາດກ້າວໜຶ່ງ.ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຫຼວງເລກທີ 11 ຂອງ ປະເທດກໍາປູເຈຍ ທີ່ມີວິສາຫະກິດຂອງຈີນຮັບເໝົາກໍ່ສ້າງ ໄດ້ສຳເລັດການກໍ່ສ້າງ ແລະ ມອບຮັບຢ່າງເປັນທາງການ; ເສັ້ນທາງດ່ວນ ແຕ່ພະ ນົມເປນ-ທ່າເຮືອສີຫານຸວິວໄດ້ສຳເລັດການກໍ່ສ້າງແລ້ວ 70%. ບົດບັນ ທຶກຄວາມເຂົ້າໃຈ ກ່ຽວກັບຄວາມເປັນໄປໄດ້ ຂອງ ໂຄງການທາງລົດໄຟ ມັນດາເລ-ຈໍພາຍູ(ເຈົ້າພິວ) ທີ່ເປັນການຮ່ວມມືລະຫວ່າງ ຈີນ-ມຽນມາ ໄດ້ຈັດພິທີເຊັນບົດບັນທຶກແລ້ວ, ໂຄງການຕູ້ລົດໄຟຂອງຂະບວນລົດໄຟມຽນມາ ທີ່ເປັນການຊ່ວຍ ເຫຼືອລ້າຈາກ ສປ ຈີນ ໄດ້ມີການມອບຮັບຢ່າງເປັນທາງການ. ໂຄງການລົດໄຟຍົກລະດັບໃນຕົວເມືອງ ເລກ 2 ນະຄອນຫຼວງຮ່າໂນ້ຍ ເສັ້ນທຳອິດຂອງຫວຽດ ນາມ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນ ໄດ້ສຳເລັດການກໍ່ສ້າງ ແລະ ດຳເນີນງານ. ເສັ້ນ ທາງລົດໄຟ ຈີນ-ໄທ ໄລຍະທຳອິດ ໄດ້ສຳເລັດການກໍ່ສ້າງແລ້ວ, ໂຄງ ການກໍ່ສ້າງອາຄານຜູ້ໂດຍສານຫຼັງໃໝ່ ຢູ່ ສະໜາມບິນສຸວັນນະພູມ ທີ່ວິສາຫະກິດຂອງຈີນຮັບເໝົາກໍ່ສ້າງໄດ້ສຳເລັດການກໍ່ສ້າງ.

ຫ້າ. ເສດຖະກິດການຄ້າມີທ່າອຽງເພີ່ມຂຶ້ນສວນກະແສ ການຮ່ວມມືດ້ານພະລັງງານມີການຍົກລະດັບທາງດ້ານຄຸນນະພາບພາຍໃຕ້ສະພາບການຂອງພະຍາດລະບາດ ປະເທດຈີນ ກັບປະເທດແມ່ນ້ຳຂອງໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າຢ່າງຕໍ່ເນື່ອງໃນຂອບເຂດໃຫຍ່ກວ່າ ຂົງເຂດກວ້າງກວ່າ ແລະລະດັບສູງກວ່າ ເພື່ອຈູງມືກັນສົ່ງເສີມການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ. ປີ 2021, ມູນຄ່າການຄ້າຂາຍ ຂອງປະເທດຈີນ ກັບ ປະເທດແມ່ນ້ຳຂອງບັນລຸເຖິງ 398 ຕື້ໂດລາ, ເຊິ່ງໄດ້ເພີ່ມຂຶ້ນ 23%ເມືອປຽບທຽບໄລຍະດຽວກັນ. ປະເທດຈິນ ກັບ ປະເທດກຳປູເຈຍ ໄດ້ສຳເລັດຂັ້ນຕອນການຮັບຮອງ“ສັນຍາວ່າດ້ວຍການຄ້າເສລີລະຫວ່າງລັດຖະບານ ສປ ຈີນ ກັັບ ລັດຖະບານ ຣາຊະອານາຈັກກຳປູເຈຍ” ແລະ ໄດ້ປັບປຸງ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການລົງທຶນ”. ປະເທດຈີນ ກັບ ປະເທດລາວ ໄດ້ລົງນາມໃນ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງຄະນະກຳມະການຮ່ວມກັນ ຂອງການຮ່ວມມືແລວເສດຖະກິດລາວ-ຈີນ ແລະ “ສັນຍາວ່າດ້ວຍການຮັບຮອງ ແລະ ຮ່ວມກັນຊຸກຍູ້ ໂຄງການສຳຄັນຕ່າງໆຊຸດທີສາມ ຂອງການຮ່ວມມືດ້ານພະລັງງານ ແລະ ການລົງທຶນ”, ໂດຍຈະອາໃສເສັ້ນທາງລົດໄຟລາວ-ຈີນ ຊຸກຍູ້ສົ່ງເສີມການກໍ່ສ້າງແລວເສດຖະກິດລາວ-ຈີນ. ທະນາຄານສູນກາງມຽນມາ ເປີດເຜີຍວ່າ ຈະຮັບຮອງການສຳລະເງິນການຄ້າຂາຍໂດຍຜ່ານຕະກຸນເງິນຢວນ ແລະ ຕະກຸນເງິນຈາດຂອງມຽນມາໂດຍກົງ ໃນເຂດຊາຍແດນຈີນ-ມຽນມາ, ດ່ານປະເພນີ ມັງມານ ດ່ານພາສີຫວັ້ນຕິນຈີນ-ມຽນມາ ໄດ້ຟື້ນຟູການປ່ອຍສິນຄ້າເປັນທາງການ. ຂະບວນຂົນສົ່ງສິນຄ້າເສັ້ນທາງລົດໄຟຈີນ-ຫວຽດ ໂດຍໃຊ້ຮູບແບບການຜ່ານດ່ານໄວ ຂະບວນທຳອິດໄດ້ເລີ່ມດຳເນີນງານ, ເຊິ່ງໄດ້ຍົກສູງສະມັດຕະພາບໃນການຄ້າການຂົນສົ່ງທາງທະເລ ແລະ ທາງບົກໃໝ່.”

ຫົກ. ການຮ່ວມມືລະຫວ່າງທ້ອງຖິ່ນໄດ້ເລີ່ມຕົ້ນຂຶ້ນ, ກົນໄກການພັດທະນາເພີ່ມແຮງຂັບເຄື່ອນພົວພັນດ້ວຍໃຈ, ເພື່ອນບ້ານທີ່ປຽບດັ່ງພີ່ນ້ອງ. ແຂວງ ແລະ ເມືອງຕ່າງໆຂອງຈີນທີ່ຢູ່ຕິດກັບປະເທດລຸ່ມແມ່ນໍ້າຂອງ, ປະຊາຊົນມີຄວາມຮັກແພງ, ເປັນພື້ນຖານອັນດີແກ່ການຮ່ວມມື. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 6 ໄດ້ຮັບຮອງເອົາຂໍ້ລິເລີ່ມກ່ຽວກັບກົນໄກລົງເລິກການຮ່ວມມືໃນທ້ອງຖິ່ນເປັນຄັ້ງທໍາອິດ, ເປັນການເບີກທາງ ແລະ ວາງທິດທາງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນຂອງ 6 ປະເທດ, ສຸມແຮງທະລຸຜ່ານ “ກິໂລແມັດສຸດທ້າຍ” ພາກລັດ ແລະ ປະຊາຊົນຮ່ວມແຮງ, ນໍາຜົນປະໂຫຍດມາສູ່ປະຊາຊົນ. ເດືອນ ທັນວາ ປີ 2021, ກອງປະຊຸມເສວະນາອົງການປົກຄອງທ້ອງຖິ່ນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ຈັດຂຶ້ນທີ່ ເມືອງ ເປີຍຫາຍ, ແຂວງ ກວາງຊີ, ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົ່ງສານຊົມເຊີຍໃຫ້ແກ່ກອງປະຊຸມເສວະນາ, ຜູ້ຕາງໜ້າຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງ 6 ປະເທດ, ສະມາຄົມມິດຕະພາບ, ສື່ມວນຊົນ ແລະ ນັກການທູດຂອງ 5 ປະເທດລຸ່ມແມ່ນໍ້າຂອງກໍໄດ້ເຂົ້າຮ່ວມ. ໃນກອງປະຊຸມເສວະນາຄັ້ງນີ້ໄດ້ອອກ “ຖະແຫຼງການຂອງປະທານ”, ໂດຍມີເນື້ອໃນວ່າ ຈະຊຸກຍູ້ກໍ່ສ້າງກົນໄກເສວະນາ, ດຶງດູດອົງການປົກຄອງທ້ອງຖິ່ນຂອງ 6 ປະເທດໃຫ້ເຂົ້າຮ່ວມຫຼາຍຂຶ້ນ, ສ້າງເວທີໃໝ່ໃຫ້ແກ່ການຮ່ວມມືຂອງອົງການປົກຄອງທ້ອງຖິ່ນໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຢຸນນານ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ເຈີ້ຈ່ຽງ, ຈ່ຽງຊູ່, ຊຽງໄຮ, ກຸ້ຍໂຈ, ຈົງກິ່ງ ແລະ ຂວາງ ອື່ນໆຂອງຈີນໄດ້ຈັດກິດຈະກໍາກັບປະເທດລຸ່ມແມ່ນໍ້າຂອງເຊັ່ນ, “ການແຂ່ງຂັນກະຕໍ້ຈີນ (Takraw China Open)” “ກິດຈະກໍາສັບປະດາໝາກໄມ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ເຈີ້ຈ່ຽງ” “ວັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ຈ່ຽງຊູ່” “ເວທີເສວະນາແລກປ່ຽນໄວໜຸ່ມນັກສຶກສາ”ແລະ ກິດຈະກໍາຮ່ວມມືອື່ນໆທີ່ຫຼາກຫຼາຍສີສັນ, ແຂວງຈົງກິ່ງ ຮີບຮ້ອນກໍ່ສ້າງ “ສູນຄົ້ນຄວ້າຮ່ວມມືພັດທະນາເຂດຊົນນະບົດຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າລ້ານຊ້າງ”. ເວທີຮ່ວມມືແບບສາມມິຕິທີ່ປົກຄຸມຮອບດ້ານ, ຫຼາຍພາກສ່ວນມີສ່ວນຮ່ວມ, ທຸກລະດັບຊ່ວຍກັນຊຸກຍູ້ກໍາລັງປາກົດເປັນຮູບເປັນຮ່າງ.

ເຈັດ. ການຮ່ວມມືທາງການກະສິກຳປະສົບຜົນສຳເລັດ ແລະ ການຄ້າສິນຄ້າກະສິກຳກ້າວສູ່ຈຸດສູງສຸດໃໝ່ ອາຫານມີໄວ້ສຳລັບມະນຸດ ແລະ ການກະສິກຳເປັນສິ່ງດັ້ງເດີມ. ຈີນ ແລະ ປະເທດແມ່ນ້ຳຂອງດຳເນີນການຮ່ວມມືທີ່ມີໝາກຜົນຕົວຈິງໃນດ້ານຕ່າງໆເຊັ່ນ:ການລົງທຶນດ້ານເສດຖະກິດ ແລະ ການຄ້າທາງການກະເສດ, ການແລກປ່ຽນທາງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດພັກດັນໃຫ້ເກີດຄວາມທັນສະໄໜດ້ານການກະເສດ ແລະ ຊົນນະບົດໃນພາກພື້ນຕະຫຼອດຈົນການພັດທະນາເສດຖະກິດ ແລະ ສັງຄົມ. ໃນປີ 2021 ປະລິມານການຄ້າລວມຂອງຜະລິດຕະພັນທາງການກະເສດລະຫວ່າງຈີນ ແລະ ປະເທດລຸ່ມແມ່ນ້ຳຂອງຈະຢູ່ທີ່ປະມານ 28,2 ຕື້ໂດລາ, ເພີ່ມຂຶ້ນ 18,6 % ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ເທດສະການໝາກໄມ້ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຈັດຂຶ້ນຄັ້ງທຳອິດໃນນະຄອນຫຼວງປັກກິ່ງ, ໂດຍມີຈຸດປະສົງເພື່ອສົ່ງເສີມການລົງທຶນ ແລະ ການຄ້າໝາກໄມ້ໃນພາກພື້ນ ແລະ ການຮັດແໜ້ນການຮ່ວມມືໃນອຸດສາຫະກຳການກະເສດ. ກະຊວງກະສິກຳຂອງຈີນໄດ້ນຳພາດຳເນີນການຕາມໂຄງການຮ່ວມມືທາງການກະສິກຳ “ການເກັບກ່ຽວລ້ານຊ້າງ ແລະ ແມ່ນ້ຳຂອງ” ຈຳນວນ 13 ໂຄງການ,ດຳເນີນການແລກປ່ຽນເຕັກໂນໂລຊີການກະເສດ ແລະ ການຮ່ວມມືໃນດ້ານຕ່າງໆເຊັ່ນ: ເຂົ້າ, ຢາງທຳມະຊາດ, ກ້ວຍ, ການປ້ອງກັນ ແລະ ຄວບຄຸມໂຣກສັດ ແລະ ພືດ ແລະ ອົບຮົມເຈົ້າໜ້າທີ່ກະສິກຳ, ຊ່າງເຕັກນິກ ແລະ ນັກສຶກສາ,ຊາວນາສຳລັບປະເທດລຸ່ມແມ່ນ້ຳຂອງຫຼາຍກວ່າ 1000 ເທື່ອຄົນ. ຈັດຕັ້ງ “ທຶນການສຶກສາດ້ານເຂົ້າ ແລະ ປະມົງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”ແລະລວບລວມ ແລະ ພີມຈຳໜ່າຍ “ລາຍງານການພັດທະນາການຮ່ວມມືທາງດ້ານກະສິກຳລ້ານຊ້າງ-ແມ່ນ້ຳຂອງ”. ສະຖາບັນວິທະຍາສາດຄວາມຮ້ອນແຫ່ງຊາດຈີນ ໄດ້ສົ່ງເສີມເຕັກໂນໂລຊີທີ່ຄວບຄຸມການຟື້ນຟູສະພາບຜິວທີ່ຕາຍແລ້ວຂອງຕົ້ນຢາງ, ເຊິ່ງສາມາດປະຢັດການສູນເສຍໃນປະເທດລາວໄດ້ເກືອບ 170 ລ້ານຢວນ(ປະມານ 2,7 ລ້ານໂດລາ)ຕໍ່ປີ, ຖົ່ວເຫຼືອງ 3 ສາຍພັນທີ່ຄັດເລືອກໂດຍ ສະຖາບັນວິທະຍາສາດກະສິກໍາຈີນ ມີຜົນຜະລິດສະເລ່ຍຫຼາຍກວ່າ 200 ກິໂລກຣາມຕໍ່ເຮັກຕາ ໃນສວນສາທິດຂອງມຽນມາ. ໝ່ວຍງານດ້ານການກະເສດຂອງຈີນ ແລະ ກຳປູເຈຍບັນລຸຂໍ້ຕົກລົງໃນບັນທຶກຄວາມເຂົ້າໃຈວ່າດ້ວຍການສົ່ງເສີມການຮ່ວມມືອຸດສາຫະກຳກ້ວຍ. ໝ່ວຍງານດ້ານການກະສິກຳຂອງຈີນ ແລະ ຫວຽດນາມຈັດກິດຈະກຳປະສົມພັນ, ປ່ອຍ ແລະ ອານຸລັກຮ່ວມກັນຄັ້ງທີ 4 ທີ່ປາກແມ່ນ້ຳເປ່ຍຫລຸນ ໃນເມືອງຕົງຊິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ລົງທຶນເພາະພັນປາ ແລະ ກຸ້ງໄປເກືອບ 56 ລ້ານໂຕ. ການຮ່ວມມືທາງການກະເສດແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໄດ້ບັນລຸການປ່ຽນແປງຈາກ “ການອອກຮາກແຕກໝໍ່” ເປັນ “ການເຕີບໃຫຍ່ຈະເລີນຮຸ່ງເຮືອງ” ແລະ ຄວາມຝັນຂອງແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໃນການສ້າງກະສິກຳທີ່ເຂັ້ມແຂງ, ກະສິກຳທີ່ຮັ່ງມີ ແລະ ພື້ນທີ່ຊົນນະບົດທີ່ສວາຍງາມກຳລັງນັບມື້ນັບບັນລຸຜົນເປັນຈິງ.

ແປດ. ການຮ່ວມມືດ້ານຊັບພະຍາກອນນໍ້າມີຜົນພົ້ນຄື້ນ ແລະ ການປົກປັກຮັກສາສິ່ງແວດລ້ອມມີຜົນສຳເລັດພົ້ນເດັ່ນການຮັກສາຄວາມງາມຂອງ ນໍ້າໃສພູຂຽວ ມີຄ່າເທົ່າກັບພູເງິນພູຄຳ. ຜ່ານການກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6 ໄດ້ຮັບຮອງເອົາ “ຖະເເຫລງການຮ່ວມເພື່ອເພີ່ມທະວີການຮ່ວມມື ແລະ ການພັດທະນາແບບຍືນຍົງຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, ໂດຍສະເພາະ 6 ປະເທດຄວນເອົາໃຈໃສ່ເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນໍ້າ, ລະບົບນິເວດຈົນຮອດຂົງເຂດອື່ນໆ. ສ້າງຮູບແບບການຂະຫຍາຍຕົວທາງເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຂັບເຄື່ອນດ້ວຍນະວັດຕະກຳໃຫມ່, ຊ່ວຍໃຫ້ພາກພື້ນ ແລະ ເຂດແຄ້ວນຕ່າງໆມີການຟື້ນຟູທີ່ດີຂຶ້ນ, ສ້າງພື້ນທີ່ໃຫ້ກາຍເປັນເຂດສີຂຽວຫລາຍຂື້ນ ແລະ ມີຄວາມອັດສະລິຍະຍິ່ງຂຶ້ນ ເພື່ອສ້າງຄືນໃຫມ່ພາຍຫລັງເກີດພະຍາດລະບາດ.ເເຫຼ່ງຊັບພະຍາກອນນໍ້າເປັນຊັບສິນອັນລໍ້າຄ່າຮ່ວມກັນຂອງ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃນເດືອນທັນວາ ປີ 2021 ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ໂດຍຜ່ານວີດີໂອທາງໄກໄດ້ຈັດຂຶ້ນຢ່າງສຳເລັດຜົນ, ລັດຖະມົນຕີກະຊວງຊັບພະຍາກອນນໍ້າ,ນັກຊ່ຽວຊານ ແລະ ນັກວິຊາການຈາກ 6 ປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງໄດ້ຮ່ວມກັນສົນທະນາແລກປ່ຽນປິ່ນອ້ອມຫົວຂໍ້ ປົກປັກຮັກສາຊັບພະຍາກອນນໍ້າ, ແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ, ຊົນລະປະທານໃນຊົນນະບົດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈົນ ແລະ ຄວາມຄິດເຫັນຕ່າງໆຢ່າງເລິກເຊິ່ງ, ໄດ້ແບ່ງປັນປະສົບການການຮ່ວມມື, ແລະ ວາງແຜນຮ່ວມມືໃນອະນາຄົດ, ກອງປະຊຸມຄັ້ງນີ້ໄດ້ເຜີຍເເຜ່ ຂໍ້ລິເລີ່ມປັກກິ່ງ ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 . ຝ່າຍຈີນຈະໃຊ້ຄວາມພະຍາຍາມສຸດຂີດເພື່ອຮັບປະກັນສະໜອງນໍ້າໃຫ້ກັບບັນດາປະເທດລຸ່ມແມ່ນໍ້າຂອງ, ສະໜອງ​ຂໍ້​ມູນ​ດ້ານ​ອຸ​ທົກ​ກະ​ສາດ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ຢ່າງ​ທັນ​ການ ແລະ ຮ່ວມກັນປະຕິບັດໂຄງການຮ່ວມມືຕ່າງໆກັບບັນດາປະເທດເເມ່ນໍ້າຂອງເຊັ່ນ: “ແຜນປະຕິບັດງານແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”“ໂຄງການຟື້ນຟູແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເພື່ອຜົນປະໂຫຍດຂອງປະຊາຊົນ”“ໂຄງການສາທິດຮູບແບບການຮັກສາສາຍນໍ້າຂະໜາດນ້ອຍໃນເຂດລຸ່ມແມ່ນໍ້າ” ແລະໂຄງການຮ່ວມມືອື່ນໆ ເພື່ອຮ່ວມກັນແກ້​ໄຂ​ສິ່ງ​ທ້າທາຍ​ກັບການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດ ​ແລະ ປັບປຸງ​ຄວາມ​ສາມາດ​ໃນການຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນນ້ຳ​ຂອງ​ປະ​ເທດຕ່າງໆ. ລະບົບນິເວດໄດ້ຊັກຈູງ ແລະ ສົ່ງເສີມບັນດາປະເທດຕ່າງໆໃຫ້ເກີດມີການຮ່ວມມືກັນ, ເພື່ອໃຫ້ເເຜນການພັດທະນາເປັນໄປດ້ວຍດີເເລະດົນນານ. 6ປະເທດໄດ້ເລັ່ງລັດປະຕິບັດ “ຍຸດທະສາດການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ແລະ “ແຜນການສີຂຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, ເສີມສ້າງການຮ່ວມມື ແລະ ແບ່ງປັນປະສົບການຮ່ວມກັນທາງດ້ານພະລັງງານສະອາດ, ພະລັງງານໝູນວຽນ, ຮ່ວມມືກັນສົ່ງເສີມເຂດສີຂຽວ ແລະການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າ, ເພື່ອພ້ອມກັນປົກປັກຮັກສາລະບົບນິເວດ.“ເວທີການແບ່ງປັນຄວາມຮູ້ກ່ຽວກັບພື້ນຖານໂຄງລ່າງສີຂຽວ ແລະ ກ໊າສຄາບອນໄດອັອກໄຊຕໍ່າແບບຍືນຍົງ” ແລະ ໂຄງການ“ສົ່ງເສີມການທົດລອງການປັບປຸງຄຸ້ມຄອງລະບົບນິເວດເພື່ອຊີວິດການເປັນຢູ່ແບບຍືນຍົງ” ໄດ້ເລີ່ມຕົ້ນຂຶ້ນຢ່າງສະດວກໂລ່ງລ່ຽນດີ. “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງສີຫານຸວິວ ຣາຊະອານາຈັກກຳປູເຈຍ”, “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສປປ ລາວ” ກຳລັງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ. ສະຖາບັນວິທະຍາສາດເເຫ່ງປະເທດຈີນ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງກຳປູເຈຍໄດ້ລົງນາມຂໍ້ຕົກລົງບໍລິຈາກເຄື່ອງມືວິທະຍາສາດໃຫ້ແກ່ຫ້ອງທົດລອງດ້ານສິ່ງແວດລ້ອມຮ່ວມກັນຈີນ-ກຳປູເຈຍ. ການພັດທະນາສີຂຽວ, ການພັດທະນາແບບວົງກົມ, ການພັດທະນາແບບກ໊າສຄາບອນໄດອັອກໄຊຕໍ່າຈະຊ່ວຍປົກປັກຮັກສາເຂດເນີນພູໃນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງກາຍເປັນດິນແດນທີ່ເຕັມໄປດ້ວຍຄວາມຜ້າສຸກ ແລະ ມີສຸຂະພາບແຂງແຮງ, ເປັນເເຫລ່ງທ່ອງທ່ຽວສໍາຄັນແຫ່ງໜຶ່ງທີ່ມີອິດທິພົນລະດັບສາກົນ.

ເກົ້າ. ການຮ່ວມມືພາກປະຊາຊົນນໍາຜົນປະໂຫຍດມາສູ່ທຸກຄອບຄົວ, ຍຶດໝັ້ນປົກປ້ອງຄວາມຜາສຸກຂອງປະຊາຊົນປີ 2021, ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງໄດ້ຮັດແໜ້ນການຮ່ວມມືພາກປະຊາຊົນ, ພະຍາຍາມເຮັດໃຫ້ໝາກຜົນຂອງການຮ່ວມມືນໍາປະໂຫຍດມາສູ່ປະຊາຊົນ 6 ປະເທດຫຼາຍຂຶ້ນ, ພະຍາຍາມເພີ່ມຄວາມຮູ້ສຶກເຖິງຜົນສໍາເລັດແລະ ຄວາມສຸກໃຫ້ແກ່ປະຊາຊົນທຸກຊາດ. ສະໜາມກິລາແຫ່ງຊາດກໍາປູເຈຍທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ມອບຮັບຢ່າງເປັນທາງການ, ​ກາຍ​ເປັນ​ສັນຍາລັກ​ສຳຄັນ​ອີກ​ແຫ່ງໜຶ່ງ​ທີ່​ສະ​ແດງ​​ເຖິງ​ມິດຕະພາບຈີນ-ກຳປູ​ເຈຍ; ໂຄງການຊ່ວຍເຫຼືອຕິດຕັ້ງນໍ້າປະປາເຂດຊົນນະບົດໃນກໍາປູເຈຍໄລຍະທີ 2 ເລີ່ມເປີດນໍາໃຊ້, ສາມາດແກ້ໄຂບັນຫາຂາດແຄນນໍ້າດື່ມ ແລະ ບັນຫາສຸຂະອະນາໄມນໍ້າຂອງປະຊາຊົນໃນເຂດຊົນນະບົດຢ່າງມີປະສິດທິພາບ.ລັດຖະບານຈີນສໍາເລັດການຊ່ວຍເຫຼືອຕິດຕັ້ງແສງສະຫວ່າງໃນເຂດຕົວເມືອງນະຄອນຫຼວງວຽງຈັນ, ກາຍເປັນຈຸດໝາຍເຊັກອິນຍາມຄໍ່າຄືນຂອງຊາວນະຄອນຫຼວງວຽງຈັນ. ໂຄງການສ້ອມແປງປັບປຸງສະໜາມກິລາແຫ່ງຊາດມຽນມາທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ຖືກສົ່ງມອບ, ໂຄງການປັບປຸງຍົກລະດັບສູນເຝິກອົບຮົມອຸດສາຫະກໍາມັນດາເລທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ເລີ່ມລົງມື.ສປ ຈີນ ແລະ ສສ. ຫວຽດນາມ ໄດ້ຮ່ວມກັນຈັດ “ສໍາມະນາປະສົບການຫຼຸດຜ່ອນຄວາມທຸກຍາກທາງອອນລາຍ”, ເພື່ອຊ່ວຍໃຫ້ການພັດທະນາແບບຢືນຍົງໃນເຂດຊາຍແດນລະຫວ່າງສອງປະເທດປາກົດຜົນເປັນຈິງ. ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງກະຕືລືລົ້ນພັດທະນາການຮ່ວມມືດ້ານການຄຸ້ມຄອງໄພພິບັດ, ໄດ້ຈັດງານ “ກອງປະຊຸມວິຊາການເພີ່ມທະວີການເຕືອນໄພລ່ວງໜ້າໄພພິບັດຫຼາຍຮູບແບບ ແລະ ຕ່ອງໂສ້ໄພພິບັດລະຫວ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, ຮ່ວມກັບ ສປປ ລາວ , ກໍາປູເຈຍ ແລະ ປະເທດອື່ນໆສ້າງການຮ່ວມມືດ້ານການຕ້ານ, ຫຼຸດຜ່ອນ ແລະ ຊ່ວຍເຫຼືອສຸກເສີນທາງໄພພິບັດ, ຊຸກຍູ້ການຮ່ວມມືດ້ານການຄຸ້ມຄອງໄພພິບັດໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຮັບປະກັນການພັດທະນາເສດຖະກິດຂອງແຕ່ລະປະເທດ ແລະ ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ. ກິດຈະກໍາການກຸສົນ “ຈົດໝາຍແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ” ຈັດຂຶ້ນທີ່ປະເທດກໍາປູເຈຍ, ສ້າງ “ຈົດໝາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ” ທີ່ປະເທດໄທ, ບໍລິຈາກຫ້ອງສະໝຸດເພື່ອເປີດໂລກກະທັດແຫ່ງການຮຽນຮູ້.

ສິບ. ການແລກປ່ຽນດ້ານມະນຸດຊາດມີຈຸດເດັ່ນສີສັນຫຼາກຫຼາຍ, ພື້ນຖານການເຊື່ອມໂຍງດ້ານຈິດໃຈປະຊາຊົນມີຄວາມແໜ້ນແຟ້ນປະເທດຈີນ ແລະ ບັນດາປະເທດແມ່ນໍ້າຂອງມີມະນຸດຊາດເຊື່ອມໂຍງກັນ, ການໄປມາຫາສູ່ກັນຢ່າງໄມຕິຈິດລະຫວ່າງປະຊາຊົນແມ່ນມີມາແຕ່ດົນນານແລ້ວ. ປີ 2021, ໂດຍປະເຊີນໜ້າກັບການທົດສອບອັນໜັກໜ່ວງຈາກພະຍາດໂຄວິດ-19, ການຮ່ວມມືແລກປ່ຽນກັນໃນຂົງເຂດສັງຄົມມະນຸດຊາດຂອງຫົກປະເທດ ບໍ່ໄດ້ມີການກົດປຸ່ມ“ຢຸດຊົ່ວຄາວ”, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໄວຂອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ຄວາມມີຊີວິດຊີວາແຫ່ງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ໜ້າຊົມເຊີຍ.ປີ 2021 ເປັນປີແຫ່ງການລິເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີ, ທ່ານ ຫວາງອີ້(Wang Yi) ທີ່ປຶກສາແຫ່ງລັດລັດຖະມົນຕີກະຊວງການຕ່າງປະເທດໄດ້ຂຽນບົດຄວາມລົງນາມທີ່ມີຊື່ວ່າ “ສູ້ຊົນ 5 ປີຮັບໝາກຜົນອຸດົມສົມບູນ, ສືບຕໍ່ຈາກອະດີດ ບຸກເບີກອະນາຄົດໃໝ່” ລົງພິມຢູ່ “ໜັງສືພິມລາຍວັນປະຊາຊົນ”(People's Daily), ໄດ້ເຂົ້າຮ່ວມພິທີສະຫຼອງການລິເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີແລະ ງານລ້ຽງ “ສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ປະຈໍາປີ 2021 ພ້ອມກັບທູດຂອງຫ້າປະເທດແມ່ນໍ້າຂອງປະຈໍາ ສປ ຈີນ. ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດແມ່ນໍ້າຂອງ ໄດ້ຕີລາຄາສູງຕໍ່ໝາກຜົນອັນພົ້ນເດັ່ນໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ການປະກອບສ່ວນຕໍ່ການພັດທະນາຂອງເສດຖະກິດສັງຄົມພາກພື້ນ ໂດຍຜ່ານວິທີການອອກບົດຄວາມລົງນາມ, ສົ່ງສານອວຍພອນ ແລະ ອື່ນໆ, ໄດ້ກ່າວວ່າ ຍິນດີສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍຈີນ, ຊຸກຍູ້ການກໍ່ສ້າງກົນໄກ, ລົງເລິກການຮ່ວມມືຕິດແທດຄວາມຈິງ, ເພື່ອສ້າງຄວາມຜາສຸກແກ່ປະຊາຊົນໃຫ້ດີຂຶ້ນ. ບັນດາກະຊວງທະບວງກົມຂັ້ນສູນກາງຂອງ 6 ປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສໍາມະນາ, ການຂຽນບົດຄວາມສື່ມວນຊົນ, ການວາງສະແດງສາຍຮູບເງົາ, ການຟື້ນຟູຊົນນະບົດ, ງານແຂ່ງຂັນສ້າງທຸລະກິດໃໝ່ໄວໜຸ່ມ ແລະ ກິດຈະກໍາສະຫຼອງອື່ນໆທີ່ມີສີສັນອຸດົມສົມບູນເກືອບ 60 ລາຍການ.“ກອງປະຊຸມສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງປະຊຸມສໍາມະນາການທ່ອງທ່ຽວວັດທະນະທໍາເຈົ້າຄອງນະຄອນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ຈັດຂຶ້ນຢູ່ທີ່ນະຄອນຈົງກິ່ງ, ຮ່ວມກັນປຶກສາຫາລືມາດຕະການການຟື້ນຟູຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄລຍະຫຼັງພະຍາດໂຄວິດ-19. “ກອງປະຊຸມສົນທະນາຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ສຸມໃສ່ປະເພນີອັນຍາວນານ ແລະ ສະພາບການພັດທະນາໃນປັດຈຸບັນຂອງຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງຫົກປະເທດ, ເຕົ້າໂຮມຄວາມຄິດເອກະພາບໃນການຮ່ວມມື, ຮ່ວມກັນວາງແຜນອະນາຄົດແຫ່ງການພັດທະນາ. “ຮ່ວມດື່ມນໍ້າສາຍດຽວກັນ ຮ່ວມບັນລະຍາຍສາຍພົວພັນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ——ກິດຈະກໍາສໍາພາດຂະໜາດໃຫຍ່ຂອງສື່ມວນຊົນຈີນ ແລະ ຕ່າງປະເທດ ການເດີນທາງໄລຍະໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2021 ໄດ້ຈັດຂຶ້ນຢູ່ທີ່ສອງເຂດແຂວງ ຄືແຂວງຊິງໄຫ(Qinghai Province), ເຂດປົກຄອງຕົນເອງຕິເບດ(Tibet Autonomous Region), ໄດ້ສະແດງໃຫ້ເຫັນເຖິງໝາກຜົນແຫ່ງການອະນຸລັກລະບົບນິເວດຕອນເທິງແມ່ນໍ້າລ້ານຊ້າງ ແລະ ການບຸກທະລຸອອກຈາກຄວາມທຸກຍາກ, ສົ່ງເສີມການແລກປ່ຽນຫຼອມລວມກັນດ້ານວັດທະນະທໍາຂອງປະເທດຕາມລ້ອງແມ່ນໍ້າ. “ງານແຂ່ງຂັນອອກແບບໂປສເຕີສາກົນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ2021” ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດດີ, ດຶງດູດເອົານັກອອກແບບທີ່ດີເດັ່ນຂອງແຕ່ລະປະເທດແຂ່ງຂັນກັນເຂົ້າຮ່ວມ. “ສັບປະດາໂທລະພາບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ 2021” ໄດ້ຈັດຂຶ້ນຢູ່ທີ່ນະຄອນຄຸນໝິງແຂວງຢຸນນານ, ໄດ້ເປີດສາຍຜົນງານໂທລະພາບວິທະຍຸກະຈາຍສຽງທີ່ດີເດັ່ນຂອງຫົກປະເທດ, ສຸມກໍາລັງໃສ່ໃນການໂຄສະນາເຜີຍແຜ່ວັດທະນະທໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ “ສະເໝີພາບຕໍ່ກັນ, ຊື່ສັດຊ່ວຍເຫຼືອເຊິ່ງກັນ, ຮັກແພງເໝືອນຄອບຄົວດຽວກັນ”.