ເສັ້ນທາງລົດໄຟຈີນ-ລາວ ຕ້ອນຮັບການຂົນສົ່ງໃນບຸນກຸດຈີນເປັນຄັ້ງທຳອິດ

2022-01-29 18:12:14 |ມາຈາກ:

ວັນທີ 17 ມັງກອນ, ເສັ້ນທາງລົດໄຟຈີນ-ລາວໄດ້ຕ້ອນຮັບການຂົນສົ່ງໃນບຸນກຸດຈີນເປັນຄັ້ງທຳອິດ, ໄດ້ເປີດລົດໂດຍສານພາຍໃນປະເທດຈີນ 28,5 ຄູ່, ​ເພີ່ມຂຶ້ນ 9 ຄູ່ເມື່ອທຽບໃສ່ກ່ອນບຸນກຸດຈີນ. ໃນໄລຍະການເດີນທາງໃນບຸນກຸດຈີນ, ເສັ້ນທາງລົດໄຟຈີນ-ລາວ ມີຄວາມສາມາດຂົນສົ່ງສະເລ່ຍຕໍ່ມື້ບັນລຸ 39.000 ກວ່າບ່ອນນັ່ງ, ຕອບສະໜອງຄວາມຕ້ອງການຢ່າງເຕັມທີ່ ເພື່ອຮັບປະກັນການເດີນທາງຂອງຜູ້ໂດຍສານໃນໄລຍະການເດີນທາງຂອງບຸນກຸດຈີນ ແລະການປ້ອງກັນແລະຄວບຄຸມການລະບາດໂຄວິດ-19.
ໃນເສັ້ນທາງລົດໄຟຈີນ-ລາວ, ນອກຈາກມີການບໍລິການທີ່ໄດ້ມາດຕະຖານແລ້ວ, ທາງລົດໄຟຍັງໄດ້ສະໜອງເຄື່ອງໃຊ້ໃຫ້ແກ່ຜູ້ໂດຍສານຄື ກະເປົ໋າຈີນ 5 ສີ, ເຄື່ອງມືຕິດຕໍ່ສື່ສານ, ອຸປະກອນປ້ອງກັນກະເປົ໋າເສຍ ແລະ ເຄື່ອງໃຊ້ອື່ນໆ, ​ເຮັດໃຫ້ການຂົນສົ່ງໃນຍາມບຸນກຸດຈີນເທິງເສັ້ນທາງລົດໄຟຈີນ-ລາວເຕັມໄປດ້ວຍບັນຍາກາດຂອງເທດສະການ.