ນັກກິລາ 4 ຄົນຈາກແຂວງຢຸນນານຈະເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ

2022-01-29 18:13:32 |ມາຈາກ:

ວັນທີ 27 ມັງກອນ, ບັນຊີລາຍຊື່ຄະນະຜູ້ແທນນັກກິລາຈີນປະຈຳງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ປະກາດຢ່າງເປັນທາງການ, ຈຳນວນຄະນະຜູ້ແທນນັກກິລາຈີນມີທັງໝົດ 387 ຄົນ, ໃນນັ້ນມີນັກກິລາແຂວງຢຸນນານ 4 ຄົນ. ນັກກິລາທັງ 4 ຄົນ ມີຄື: ທ່ານນາງ ເພິງຊິງເຢ ຈະເຂົ້າຮ່ວມການແຂ່ງຂັນສະກີຍິງດ່ຽວ, ທ່ານ ເຊີນເຕີເກີນ ຈະເຂົ້າຮ່ວມການແຂ່ງຂັນສະກີຂ້າມທົ່ງຊາຍ(cross-country skiing) , ທ່ານ ຫຼົວລົງເສີງ ຈະເຂົ້າຮ່ວມໃນການແຂ່ງຂັນສະກີຂ້າມທົ່ງຊາຍ, ແລະ ທ່ານນາງ ພູລຸ້ຍ ຈະເຂົ້າຮ່ວມການແຂ່ງຂັນການແລ່ນສະກີແບບຟຣີສະໄຕລ໌ຍິງ. ນອກຈາກນັ້ນ, ຍັງມີນັກກິລາ 7 ຄົນຂອງແຂວງຢຸນນານທີ່ຮັບໜ້າທີ່ເປັນເຈົ້າໜ້າທີ່ເຕັກນິກຂອງງານກິລາໂອລິມປິກລະດູໜາວປັກກິ່ງ.