ເລ​ຂາ​ທິ​ການ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ຄຳ​ອວຍ​ພອນຊາວ​ຈີນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ

2022-01-29 18:15:29 |ມາຈາກ: CRI

​ເນື່ອງ​ໃນໂອ​ກາດ​ບຸນ​ປີ​ໃໝ່ບຸນ​ກຸດ​ຈີນ​ປີ​ຂານ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ​​ຈະ​ໝູນ​ວຽນ​ມາ​ເຖິງ, ວັນ​ທີ 28 ມັງ​ກອນ​ນີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ວິ​ດີ​ໂອ​ໂດຍ​ທ່ານ​ໄດ້​ສົ່ງ​ຄຳອວຍ​ພອນ​ທີ່​ດີ​ງາມ​ທີ່​ສຸດ​ເຖິງຊາວ​ຈີນ​ຢູ່​ໃນ​ທົ່ວ​ໂລກ​ແລະ​​ອວຍ​ພອນໃຫ້ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈົ່ງປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ​​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ປະ​ເທດ​ຈີນແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ເອົາ​ໃຈ​ໃສ່​ແລະ​​ໃຫ້​ການສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ມາ​ໂດຍ​ຕະ​ຫຼອດ.ທ່ານ​ກ່າວ​ວ່າ: ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ພະ​ຍາ​ຍາມ​ຮ່ວມ​ມື​ກັນ​​ເພື່ອ​ບັນ​ລຸ​ເປົ້າ​ໝາຍການ​ຟື້ນ​ຟູ​ຄືນ​ໃໝ່,ເພື່ອ​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ສົດ​ງົດ​ງາມກວ່າ​ເກົ່າ.

ທ່ານຍັງ​ກ່າວ​ວ່າ​ຕົນ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຢ່າງ​ແນ່ນອນ.