ປຶ້ມສີ​ຈິ້ນ​ຜິງວ່າ​ດ້ວຍ “​ການຍຶດ​ໝັ້ນ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກືນລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ​ຢ່າງ​ມີ​ຄວາມ​ກົມ​ກຽວ​ກັນ” ​ໄດ້ພິມ​ຈຳ​ໜ່າຍ​ແລ້ວ

2022-01-29 18:18:18 |ມາຈາກ: CRI

ຫວ່າງ​ມໍ່ໆ​ມາ​ນີ້, ປຶ້ມ​ສີ​ຈິ້ນ​ຜິງວ່າ​ດ້ວຍການ​ຍຶດ​ໝັ້ນ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກືນ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດທີ່​ຮຽບ​ຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດພັກ​ແລະ​ເອ​ກະ​ສານ​ເກົ່າ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ພິມ​ຈຳ​ໜ່າຍ​ຢູ່​ທົ່ວ​ປະ​ເທດ​​ຈີນໂດຍ​ສຳ​ນັກ​ພິມ​ຈຳ​ໜ່າຍ​ເອ​ກະ​ສານ​ເກົ່າ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ.

ປື້ມ​ຫົວ​ຂໍ້​ສະ​ເພາະ​ດັ່ງ​ກ່າວ​ໄດ້ຄັດ​ຈ້ອນ​ບົດ​ປາ​ໄສ​ສຳ​ຄັນ​ຂອງ​ສະ​ຫາຍ ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ການ​ຍຶດ​ໝັ້ນ​ການ​ຢູ່​ຮ່ວມ​ກັນ​​ຢ່າງ​ກົມ​ກືນລະ​ຫວ່າງ​ຄົນ​ກັບ​​ທຳມະ​ຊາດ. ໃນ​ນັ້ນ​ມີ​ບາງ​ບົດ​ແມ່ນ​ໄດ້​ພິມ​ເຜີຍ​ແຜ່​ເປັນ​ຄັ້ງ​ທຳ​ອິດ.

ການ​ສ້າງ​ຄວາມ​ສີ​ວິ​ໄລ​​ດ້ານນິ​ເວດ​ແມ່ນ​​ທິດ​ທາງ​ນະ​ໂຍ​ບາຍ​ພື້ນ​ຖານ​ທີ່​ກ່ຽວ​ພັນ​ເຖິງ​ການ​ພັດ​ທະ​ນາ​​ໄລ​ຍະ​ຍາວແລະ​ຍືນ​ຍົງ​ຂອງ​ປະ​ຊາ​ຊາດ​ຈີນ. ສະ​ຫາຍ​ ສີ​ຈິ້ນ​ຜິງ ໄດ້​​ຂຽນບົດ​ຄວາມ​ທີ່​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ການ​ສ້າງ​​ຄວາມ​ສີ​ວິ​ໄລ​ດ້ານນິ​ເວດ,ໄດ້​ຕອບ​ຄຳ​ຖາມ​ທີ່​ວ່າ​ເປັນ​ຫຍັງ​ຈຶ່ງ​ສ້າງ​​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ,ຈະ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ໄດ້​ແນວ​ໃດ,ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ແບບ​ໃດ​ແລະບັນ​ຫາ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ທີ່​ສຳ​ຄັນ​ອື່ນໆ,ໄດ້​ກາຍ​ເປັນ​ແນວ​ຄິດ​ສີ​ຈິ້ນ​ຜິງວ່າ​ດ້ວຍ​ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ.