ໜ່ວຍ​ງານ​ຜູ້ຊ່ຽວ​ຊານ​ການ​ແພດ​​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຍ້ອງ​ຍໍ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ສູງ

2022-01-30 17:00:59 |ມາຈາກ: CRI

ວັນ​ທີ 29 ມັງ​ກອນນີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ທາງ​ຝ່າຍ​ຈີນ ແລະ ຝ່າຍ​ຕ່າງ​ປະ​ເທດ​ຂອງ​ໜ່ວຍ​​ງານ​ຜູ້ຊ່ຽວ​ຊານ​ການ​ແພດ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄ​ວິດ-19 ໃນ​ໄລ​ຍະ​ມໍ່ໆ​ມານີ້ ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ ແລະ ຕ່າງ​ປະ​ເທດ.

ທ່ານ ​ໄບ​ຣອັນ ແມັກ​ຄ​ລອ​ສ​ກີ ຫົວ​ໜ້າ​ຊ່ຽວ​ຊານຂອງ​ໜ່ວຍງານ​ຜູ້​ຊ່ຽວ​ຊານ​ການ​ແພດ​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແນະ​ນຳ​ໃຫ້​ຮູ້​ວ່າ: ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ, ຕົນ​ເອງ​ໄດ້​ຮ່ວມ​ມື​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ປັກ​ກິ່ງ ໂດຍ​ໄດ້​​ອອກ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ຫຼັງ​ຈາກ​ມາ​ຮອດ​ພາຍ​ໃນວົງ​ປິດຢູ່​ປັກ​ກິ່ງ ກໍ​ໄດ້​ເລີ່ມ​ດຳ​ເນີນ​ງານ​ໄລ​ຍະ​ໜຶ່ງ​ໂລດ ແລະເຫັນ​ວ່າ ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແມ່ນ​ມີ​ປະ​ສິດ​ທິ​ຜົນ ທັງ​ໄວ້​ວາງ​ໃຈ​ໄດ້.

ປັກ​ກິ່ງ​ໄດ້​ດຳ​ເນີນ​ການ​ຄຸ້ມ​ຄອງ​​ຜູ້​ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ໃຫ້​ຢູ່​ພາຍ​ໃນ​ວົງ​ປິດ ເຊິ່ງ​ແຍກ​ຈາກ​ສັງ​ຄົມທັງ​ໝົດ. ທ່ານ ​ໄບ​ຣອັນ ແມັກ​ຄ​ລອ​ສ​ກີ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ມາດ​ຕະ​ການ​ປ້ອງ​ກັນ​ ແລະ ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19 ທີ່​ນຳ​ໃຊ້​ໃນ​ໄລ​ຍະ​ຈັດ​ງານນັ້ນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ແຂງ ທັງ​​ມີ​ປະ​ສິດ​ທິ​ຜົນຫຼາຍ, ການ​ທີ່​ຝ່າຍ​ຕ່າງໆທີ່​ກ່ຽວ​ຂ້ອງ ເຊັ່ນ ນັກ​ກິ​ລາ​ເປັນ​ຕົ້ນ​ໄດ້ປະ​ຕິ​ບັດ​ຕາມ​ຄູ່​ມື​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດນັ້ນ ແມ່ນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ.