“ໂອ​ລິ​ມ​ປິກ” ໄດ້​ບັນ​ດານຄວາມ​ຄິດ​​ຫຍັງ​ໃຫ້​ກັບ​ໂລກ​ປັດ​ຈຸ​ບັນ?

2022-02-07 17:53:34 |ມາຈາກ: CRI

ວັນ​ທີ 5 ກຸມ​ພາ​ປີ 2022 ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ສາ​ກົນ​ທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2022. ໃນ​ງານ​ລ້ຽງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສທີ່​ສຳ​ຄັນ.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ເປັນ​ງານ​ມະ​ຫາ​ກຳ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ກີດ​ຂວາງ​ນາ​ນາ​ປະ​ການ. ໂອ​ລິມ​ປິກ​ໄດ້​ນຳ​ເອົາ​ສິ່ງ​ໃດ​ມາ​ໃຫ້​ກັບ​ພວກ​ເຮົາ? ສິ່ງ​ໃດແມ່ນ​ທີ່​ພວກ​ເຮົາ​ຄວນ​ໃຫ້​ຄວາມ​ສຳ​ຄັນຫຼາຍ? ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ເຖິງ “ໂອ​ລິມ​ປິກ” ຕັ້ງ 11 ເທື່ອ. ການ​ກຳ​ກັບ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ “ໂອ​ລິມ​ປິກ”, ເຮັດ​ໃຫ້ “ໂອ​ລິມ​ປິກ”ກາຍ​ເປັນ​ຂໍ​ກຸນ​ແຈ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ມີ​ຢູ່​ໃນ​ຍຸກ​ປັດ​ຈຸ​ບັນ, ເຊິ່ງ​ມີ​ຄວາມ​ໝາຍ​ທີ່​ບໍ່​ທຳ​ມະ​ດາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ຄວນ​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ກິ​ລາ​ໂອ​ລິມ​ປິກ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ; ຄວນ​ສົ່ງ​ເສີມ​ຈິດ​ໃຈ​ກິ​ລາ​ໂອ​ລິມ​ປິກ, ຮ່ວມ​ກັນ​ສ້າງວົງ​ຄະ​ນາ​ຍາດ​ສາ​ກົນ​ທີ່​ມີ​ຄວາມ​ປອງດອງ​ກັນ ແລະ ຮ່ວມ​ມື​ກັນ; ຄວນ​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ຂອງ​ກິ​ລາ​ໂອ​ລິມ​ປິກ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ທີ່​ວ່າ “ສັນ​ຕິ​ພາບ” “ຄວາມ​ສາ​ມັກ​ຄີ” ແລະ “ຄວາມ​ກ້າວ​ໜ້າ” ເປັນ “ຄວາມ​ຕ້ອງ​ການ​ທີ່​ຮີບ​ດ່ວນ” ໃນ​ໂລກ​ປັດ​ຈຸ​ບັນ.

ຕົວ​ຢ່າງວ່າ “ສັນ​ຕິ​ພາບ”: ໃນ​ເດືອນ​ທັນ​ວາ​ປີ 2021, ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76 ໄດ້​ເປັນ​ເອ​ກະ​ພາບ​ກັນ​ຜ່ານ​ມະ​ຕິ​ຢຸດ​ຍິງ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, 173 ປະ​ເທດ​ໄດ້​ຮ່ວມ​ກັນ​ສະ​ເໜີ​ມະ​ຕິ​ດັ່ງ​ກ່າວ, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໃໝ່, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ຫວັງ​ທີ່​ແຮງ​ກ້າ ແລະ ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ.

“ຄວາມ​ສາ​ມັກ​ຄີ”: ໃນ​ເດືອນ​ກໍ​ລະ​ກົດ​ປີ 2021, ຄຳ​ຂວັນ​ໂອ​ລິມ​ປິກ​ໄດ້​ຮັບ​ການ​ປັບ​ປຸງ​ໃໝ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ຮ້ອຍ​ປີ​ມາ​ນີ້, ໂດຍ​ໄດ້​ເພີ່ມ​ຄຳ​ທີ່​ວ່າ “ມີ​ຄວາມ​ສາ​ມັກ​ຄີຫຼາຍກວ່າ​ເກົ່າ” ​ນຳຫຼັງ “ໄວ​ກວ່າ​ເກົ່າ ສູງກວ່າ​ເກົ່າ ເຂັ້ມ​ແຂງ​ກວ່າ​ເກົ່າ”.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ໃນ​ໂລກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ລັດ​ທິ​ກໍ່​ການ​ຮ້າຍ ແລະ ບັນ​ຫາ​ອື່ນໆ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ເກີດ​ຂຶ້ນ​ເລື້ອຍໆ. ປະ​ຊາ​ຄົມ​ໂລກ​ຄວນ​ສາ​ມັກ​ຄີ​ກັນຫຼາຍກວ່າ​ເກົ່າ. ບັນ​ດາ​ປະ​ເທດ​ມີ​ແຕ່​ສາ​ມັກ​ຄີ​ກັນ​ ແລະ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ, ຈຶ່ງ​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ແລະ ຄວາມ​ສ່ຽງ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ໄດ້​ຮັບ​ຄວ​າມ​ເຫັນ​ດີ​ໃນ​ລະ​ດັບ​ສູງ​ຈາກ​ທ່ານ​ໂທ​ມາ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ແລະ ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ສອງ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສວ່າ, ການ​ເຄົາ​ລົບ​ລະ​ບຽບ​ການ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຜ່ານ​ການ​ແຂ່ງ​ຂັນ​ໃນ​ທາງ​ດີ​ໂດຍ​ສັນ​ຕິ​ເພື່ອ​ເຕົ້າ​ໂຮມ​​ຄວາມສາ​ມັກ​ຄີ​ທົ່ວ​ໂລກ, ນີ້​ແມ່ນ​ພາ​ລະ​ກຳ​ຂອງ​ກິ​ລາ​ໂອ​ລິມ​ປິກ, ກໍ​ຄວນ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ໂລກ​ປັດ​ຈຸ​ບັນ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ຈຶ່ງ​ຕ້ອງ​ການ​ມີ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ກັນຫຼາຍກວ່າ​ເກົ່າ.