ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີເປີດກອງປະຊຸມຄົບຄະນະຄັ້ງທີ 139 ຂອງຄະນະກຳມະການໂອລິມປິກສາກົນຜ່ານທາງວິດີໂອ

2022-02-07 18:01:07 |ມາຈາກ: CRI

ວັນທີ 3 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນ ພິທີເປີດກອງປະຊຸມຄົບຄະນະຄັ້ງທີ 139 ຂອງຄະນະກຳມະການໂອລິມປິກສາ ກົນຜ່ານທາງວິດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ປັດຈຸບັນ, ໂລກພວມປະເຊີນກັບສະພາບການປ່ຽນ ແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາປະສົມປະສານກັບສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19, ໂລກໄດ້ເຂົ້າສູ່ໄລຍະການປ່ຽນແປງ ທີ່ມີຄວາມປັ່ນປ່ວນອັນໃໝ່, ມວນມະນຸດພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ຄະນະກຳມະການໂອລິມປິກສາກົນໄດ້ນຳພາຂະບວນການໂອລິມປິກກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວອາດຫານ, ໄດ້ເສີມຂະຫຍາຍບົດບາດສຳຄັນອັນພິເສດເຂົ້າໃນ ການຊຸກຍູ້ທົ່ວໂລກຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມັກຄີຮ່ວມມືກັນ. ຂໍຂອບໃຈນຳຄະນະກຳມະການໂອລິມປິກສາກົນທີ່ໄດ້ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການພັດທະນາພາລະກິດກິລາຂອງຈີນໃນເວລາຍາວນານມານີ້ ແລະ ໄດ້ ໃຫ້ການສະໜັບສະໜູນ ແລະຊີ້ນຳຈີນໃນການຮ້ອງຂໍເປັນເຈົ້າພາບ ແລະກະກຽມ ຈັດງານກິລາໂອລິມປິກລະດູໜາວປັກກິ່ງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ‍‍“ຈາກ ‘ໂລກດຽວ ຄວາມໃຝ່ຝັນດຽວ’ ເມື່ອປີ2008 ຈົນຮອດ ‘ກ້າວໄປສູ່ອະນາຄົດຮ່ວມກັນ’ໃນປີ2022, ຈີນໄດ້ຕັ້ງ ໜ້າເຂົ້າຮ່ວມຂະບວນການໂອລິມປິກ, ຍຶດໝັ້ນໃນການເສີມຂະຫຍາຍຈິດໃຈ ໂອລິມປິກຢ່າງບໍ່ລົດລະ, ຈີນເປັນຜູ້ສະແຫວງຫາແລະຜູ້ປະຕິບັດຕົວຈິງຢ່າງ ເດັດດ່ຽວ ເພື່ອອຸດົມການໂອລິມປິກ.”

ທ່ານສີຈິ້ນຜິງກ່າວຕື່ມວ່າ: ຈີນໄດ້ຜ່ານຈາກການກະກຽມຈັດງານກິລາໂອລິມ ປິກລະດູໜາວ, ເຊິ່ງສາມາດຊຸກຍູ້ໃຫ້ປະຊາຊົນ 300 ລ້ານຄົນເຂົ້າຮ່ວມການ ເຄື່ອນໄຫວກິລາຫິມະແລະນ້ຳກ້ອນຢ່າງສຳເລັດຜົນ, ໄດ້ຊຸກຍູ້ການພັດທະນາ ຂອງເຂດແຄວ້ນ,ການສ້າງຄວາມສິວິໄລດ້ານນິເວດ, ການປະດິດສ້າງຕາມທິດ ສີຂຽວ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໄດ້ເປີດຊ່ອງ ທາງອັນກວ້າງຂວາງກວ່າເກົ່າໃຫ້ກັບການພັດທະນາກິລາຫິມະແລະນ້ຳກ້ອນຂອງໂລກ.

“ພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນໃນຕອນຄ່ຳມື້ອື່ນ, ທົ່ວໂລກຄອງຄອຍຈີນ, ຈີນໄດ້ກຽມຄວາມພ້ອມແລ້ວ. ຈີນຈະພະຍາຍາມຈົນ ສຸດຄວາມສາມາດແລະຄວາມຈິງໃຈເພື່ອຈັດງານມະຫາກຳກິລາໂອລິມປິກທີ່ກະທັດຮັດ,ປອດໄພແລະໜ້າຊົມໃຫ້ກັບໂລກ, ແລະປະຕິບັດຕາມຄຳຄວັນໂອລິມປິກ ທີ່ວ່າ ‘ໄວກວ່າເກົ່າ, ສູງກວ່າເກົ່າ, ເຂັ້ມແຂງກວ່າເກົ່າ ແລະມີຄວາມສາມັກຄີ ຫຼາຍກວ່າເກົ່າ’”