ທ່ານ ຫຼົວລົງເສີງ ນັກກິລາຢຸນນານໄດ້ຮັບອັນດັບທີ 38 ໃນການແຂ່ງຂັນສະກີຂ້າມທົ່ງຊາຍ

2022-02-08 19:04:12 |ມາຈາກ:

ວັນທີ 6 ກຸມພາ, ການແຂ່ງຂັນສະກີຂ້າມທົ່ງປະເພດແລ່ນສອງເທົ່າຊາຍຂອງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຈັດຂຶ້ນຢູ່ ສູນກິລາສະກີຂ້າມທົ່ງແຫ່ງຊາດຈ່າງເຈ່ຍໂຄວ, ​ໂດຍມີນັກກິລາ 70 ຄົນທີ່ມາຈາກ 34 ປະເທດເຂົ້າຮ່ວມການແຂ່ງຂັນຄັ້ງນີ້. ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ມີສອງທ່ານທີ່ມາຈາກແຂວງຢຸນນານຄື ທ່ານ ຫຼົວລົງເສີງ ແລະ ທ່ານ ເຊີນເຕີເກີນ, ເຊິ່ງເປັນການເຂົ້າຮ່ວມງານກິລາໂອລິມປິກລະດູໜາວຄັ້ງທຳອິດຂອງທັງສອງຄົນ. ທ່ານ ຫຼົວລົງເສີງ ຢູ່ອັນດັບ 38 ດ້ວຍເວລາ 1 ຊົ່ວໂມງ 24 ນາທີ 59 ວິນາທີ, ສ້າງຜົນງານທີ່ດີທີ່ສຸດໃນປະຫວັດສາດຂອງນັກກິລາຈີນໃນງານກິລາໂອລິມປິກລະດູໜາວຄັ້ງນີ້, ສ່ວນທ່ານ ເຊີນເຕີເກີນ ຢູ່ອັນດັບທີ 59.

"ການແລ່ນສອງເທົ່າ" ໃນການແຂ່ງຂັນສະກີຂ້າມທົ່ງຊາຍແມ່ນການແຂ່ງຂັນຂອງນັກກິລາຜູ້ດຽວ, ແລະ "ສອງເທົ່າ" ຫມາຍເຖິງການເຄື່ອນໄຫວສະກີສອງປະເພດທີ່ຕ້ອງເຮັດໃຫ້ສໍາເລັດໃນການແຂ່ງຂັນ ກໍຄື--ການແລ່ນເຕັກນິກແບບດັ້ງເດີມ ແລະ ການແລ່ນເຕັກນິກແບບອິດສະຫລະ. ພາຍຫຼັງທີ່ນັກກິລາເລີ່ມແຂ່ງຂັນ, ນັກກິລາຈະນຳໃຊ້ເຕັກນິກແບບດັ້ງເດີມເພື່ອສະກີເປັນໄລຍະທາງ 15 ກິໂລແມັດ, ​ແລ້ວປ່ຽນມາເປັນການແລ່ນສະກີແບບອິດສະຫລະ, ແລ້ວນຳໃຊ້ເຕັກນິກການແລ່ນສະກີແບບອິດສະຫລະອີກ 15 ກິໂລແມັດ.