ທ້າວ ເຢີນ​ຈື​ເວີ່ຍ ນັກ​ກິ​ລາ​ສະ​​ເກັດ​ຄວາມໄວ​ລານ​ສັ້ນ​ຂອງ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທີ​ສອງ

2022-02-08 19:06:05 |ມາຈາກ: CRI

ໃນ​ການ​ແຂ່ງ​ຂັນ​ຢູ່ສະ​ໜາມ​ກິ​ລາ​​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ຄ່ຳຂອງ​ວັນ​ທີ 7 ກຸ​ມ​ພາ​ນີ້, ​ຜູ້​ເຂົ້າ​ແຂ່ງ​ຂັນ​ໄດ້​ເຮັດ​ຜິດ​ກະ​ຕິ​ກາ​ເລື້ອຍໆ, ແຕ່​ທ້າວ ເຢີນ​ຈື​ເວີ່ຍ ນັກ​ກິ​ລາ​ສະ​ເກັດ​ຄວາມ​ໄວ​ລານ​ສັ້ນ​ທີ່​ດີ​ເດັ່ນ​ຂອງ​ຈີນ​ບໍ່​ໄດ້​ເຮັດ​ຜິດ​ກະ​ຕິ​ກາ​ແລະ​ແລ່ນ​ສະ​ເກັດ​ຈົນ​ຮອດ​ເສັ້ນ​ໄຊ, ຊີງ​ໄດ້​ແຊັມ​ໃນ​ການ​ແຂ່ງ​ຂັນ​ສະ​ເກັດ​ຄວາມ​ໄວ​ລານ​ສັ້ນ 1.000 ແມັດ​ຊາຍ​ແບບນອກ​ເໜືອ​ການ​ຄາດ​ຄິດ,ກາຍ​ເປັນ​ນັກ​ກິ​ລາຂອງຄະ​ນະ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ຈີນທີ່​ໄດ້​ຮັບ​ຫຼຽນ​ຄຳ​ສອງ​ຫຼຽນ​ເປັນ​ຜູ້​ທຳ​ອິດ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້.

ນີ້​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທີ​ສອງ​ຂອງ​ຄະ​ນະ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຈີນ​ທີ່​ຍາດ​ມາ​ໄດ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ,​ທັງ​ແມ່ນ​ຫຼຽນ​ຄຳ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຫຼຽນ​ທີ 12 ໃນ​ປະ​ຫວັດ​ສາດ​ຂອງ​ທີມ​ນັກ​ກິ​ລາ​​ສະ​ເກັດ​ຄວາມໄວ​ລານ​ສັ້ນ​ຂອງ​ຈີນ.