ນາງ ກູ​ໄອ້​ຫຼີງ ນັກ​ກິ​ລາ​ຂອງ​ຈີນ​ໄດ້​ແຊັມ​ແບບອັດ​ສະ​ຈັນ​ໃນ​ການ​ແຂ່ງ​ຂັນສະ​ກີ​ແປ້ນ​ດ່ຽວ​​ຍິງໃນ​ທ່າ​ຟ​ຣີ​ສະ​ຕາຍ​

2022-02-08 19:08:41 |ມາຈາກ: CRI

ວັນ​ທີ 8 ກຸມ​ພາ​ນີ້, ໃນ​ການ​ແຂ່ງ​ຂັນສະ​ກີເພດ​ຍິງ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​​ເທິງ​ເວ​ຫາທີ່​ຈັດ​ຂຶ້ນຢູ່​​ລານ​ສະ​ກີ​ໂດດ​ທີ່​ສວນ​ໂສ້ວ​ກ່າງ​ປັກ​ກິ່ງ, ນາງ ກູ​ໄອ້​ຫຼີງ ໄດ້​​ຫຼິ້ນ​ທ່າ​ທີ່​ຍາກ​ທີ່​ສຸດ​ທີ່​ນາງ​ບໍ່​ເຄີຍ​ເຮັດ​ສຳ​ເລັດ​ຈັກ​ເທື່ອ​ໃນ​ກ່ອນ​ໜ້າ​ນີ້​ແລະ​ເຮັດ​ສຳ​ເລັດ​ໃນ​ການ​ກະ​ໂດດ​ຄັ້ງ​ທີ​ 3,ກາຍ​ເປັນແຊັມ​ທີ່​ອັດ​ສະ​ຈັນ​ທີ່​ສຸດ.

ນາງ ກູ​ໄອ້​ຫຼີງ​ ໄດ້​ຮັບ​ຫຼຽນ​ຄຳ​ຫຼຽນ​ດັ່ງ​ກ່າວແມ່ນ​ເລື່ອງ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ! ນີ້​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​​ໃນລາຍ​ການສະ​ກີ​ໃນ​ທ່າ​ຟ​ຣີ​ສະ​ຕາຍເທິງ​ເວ​ຫາ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ,ແມ່ນ​ຫຼຽນ​ຄຳ​​ຫຼຽນ​ທຳ​ອິດ​ໃນ​ລາຍ​ການ​ກິ​ລາ​ຫິ​ມະ​ຂອງ​ຄະ​ນະ​ນັກ​ກິ​ລາ​​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ,​ທັງ​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​​ໃນ​ລາຍ​ການ​​ສະ​ກີ​ຂອງ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.