​ອາ​ສາ​ສະ​ໝັກ 19.000 ຄົນ​ຮັບ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ

2022-02-10 17:38:36 |ມາຈາກ: CRI

ຫວ່າງ​ກ່ອນນີ້, ວິ​ດີ​ໂອກ່ຽວ​ກັບ​ນາງ​ເ​ຕ​ສຊາ ມອດ ນັກ​ກິ​ລາ​ອາ​ເມ​ຣິ​​ກາ​ຕື້ນ​ຕັນ​ໃຈ​ຈົນ​ນ້ຳ​ຕາ​ໄຫຼຍ້ອນ​ຄວາມ​ຮັກ​ແຂກ​ແພງ​ຄົນ​ຂອງ​ອາ​ສາ​ສະ​ໝັກ​ຈີນໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່ພວກ​ເຂົາ​ເຈົ້າຕ້ອນ​ຮັບ​ນັກ​ກິ​ລາ​ປະ​ເທດ​ຕ່າງໆ​ທີ່​ເດີນ​ທາງມາ​ຮອດ​ປະ​ເທດ​ຈີນ​ນັ້ນ​ໄດ້​ຖືກເຜີຍ​ແຜ່​ຢູ່ໃນ​ສື່​ສັງ​ຄົມ​ອອນ​ລາຍຢ່າງວ່ອງ​ໄວ. ການ​ບໍ​ລິ​ການ​ທີ່​ຮອບ​ຄອບ​ແລະ​ການ​ຮັກ​ແຂກ​ແພງ​ຄົນ​ຂອງ​ອາ​ສາ​ສະ​ໝັກ​ຈີນ​ທີ່​ຮັບ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ຜູ້​​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຈຸ​ບັນ, ມີ​ອາ​ສາ​ສະ​ໝັກ​ທັງ​ໝົດ 19.000 ຄົນ​ກຳ​ລັງ​ຮັບ​ໃຊ້​​ການ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວປັກ​ກິ່ງ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ໃນຈຳ​ນວນ​ອາ​ສາ​ສະ​ໝັກ 19.000 ຄົນທີ່​ຮັບ​ໃຊ້​ໃນ​ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພດ​ຕ່າງໆ, ຊາວ​ໜຸ່ມ​ທີ່​ມີ​ອາ​ຍຸບໍ່​ຮອດ 35 ປີກວມ 94%, ນັກ​ສຶກ​ສາ​ທີ່​ກຳ​ລັງ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແມ່ນ​ກຳ​ລັງ​ຕົ້ນ​ຕໍ. ນອກ​ຈາກ​ອາ​ສາ​ສະ​ໝັກທີ່ຮັບ​ໃຊ້​​ການ​ແຂ່ງ​ຂັນ​ແລ້ວ, ຍັງ​ມີ​ອາ​ສາ​ສະ​ໝັກປະ​ມານ 200.000 ຄົນໄດ້​ເຂົ້າ​ຮ່ວມເຮັດ​ວຽກ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ວຽກ​ຕ່າງໆ​ໃນ​ຕົວ​ເມືອງ.