ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແລະ​ຄວາມ​ທົນ​ທານ

2022-02-10 17:39:45 |ມາຈາກ: CRI

ວັນ​ທີ 9 ກຸມ​ພານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ຄວາມ​ຈິງ​ໄດ້​ຢືນ​ຢັນ​ວ່າ, ເສດ​ຖະ​ກິດ​ຈີນ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແລະ​ຄວາມ​ທົນ​ທານ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ເຮັດ​ໃຫ້​ຕ່ອງ​ໂສ້​ການ​ຜະ​ລິດ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງໂລກ​ມີ​ຄວາມ​ໝັ້ນ​ທ່ຽງ​ ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ.

ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ຍັງສືບ​ຕໍ່ແຜ່​ລະ​ບາດ​ຢ່າງຮ້າຍ​ແຮງ​ແລະການ​ຟື້ນ​ຄືນ​ຂອງ​ເສ​ດ​ຖະ​ກິດ​ໂລກຍັງປະ​ເຊີນ​ກັບ​ຄວາມ​ສ່ຽງ​ຫຼາຍ​ດ້ານ, ແຕ່ການ​ຄ້າແລະ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນກັບ​ຕ່າງ​ປະ​ເທດໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ລຽນ​ຕິດ. ນີ້​ແມ່ນ​ຜົນ​ສຳ​ເລັດ​ຕົວ​ຈິງ​ຂອງ​ຈີນ​ຈາກ​ການ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່​ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຍິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຍິນ​ດີ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຮ່ວມກັນ​​ກັບ​ໂລກ.

ຕາມ​ຂໍ້​ມູນ​ທີ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ຫວ່າງ​ກ່ອນນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2021, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ມີ​ການ​ເຕີບ​ໂຕຢ່າງ​ແຂງ​ແຮງ. ຈີນ​ໄດ້​ກາຍ​ເປັນ​ຕະ​ຫຼາດ​ບໍ​ລິ​ໂພກ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ, ຍອດ​ມູນ​ຄ່າການ​ຄ້າ​ສິນ​ຄ້າຂອງ​ຈີນໄດ້ຄອງ​ອັນ​ດັບ 1 ຂອງ​ໂລກ 5 ປີ​ລຽນ​ຕິດ, ການ​ດຶງ​ດູດການ​ລົງ​ທຶນໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ກໍ່​ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ອັນ​ດັບ 2 ຂອງ​ໂລກ.