ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ວັນ​ທີ14ກຸມ​ພາ​ນີ້​ມີ​ໃຫ້​ຊີງ4​ຫຼຽນ​ຄຳ ຄາ​ດ​ວ່າ ນັກ​ກິ​ລາ​ຈີນ​ອາດ​ຈະ​ໄດ້​ຫຼຽນ​ຄຳ

2022-02-14 17:16:52 |ມາຈາກ: CRI

ຍ້ອນສະ​ພາບອາ​ກາດ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ປັບຕາ​​ຕະ​ລາງການ​ແຂ່ງ​ຂັນ​ສ່ວນ​ໜຶ່ງ, ໃນ​ວັນ​ທີ14ກຸມ​ພານີ້​ມີ​ໃຫ້​ຊີງ4​ຫຼຽນ​ຄຳ.​ ໃນປະ​ເພດສະ​ກີ​ລີ​ລາ​ກາງ​ເວ​ຫາ​ເພດ​ຍິງ​​, ທີມ​ຈີນ​ມີທ່າ​ແຮງ​ໃນ​ການ​ແຂ່ງ​ຂັນ​ກິ​ລາ​ປະ​ເພດນີ້ ໂດຍ​ມີ​ນາງ ຊວີ​ເມີ້ງ​ທາວ ນັກ​ກິ​ລາ​ຈີນ​ຜູ້​​ມີ​ປະ​ສົບ​ການ​ສູງ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອງ​ຊີງແຊມ​ປຽນ​ອີກ​ຄັ້ງ.

ສຳ​ລັບ​ນັກ​ກິ​ລາ​ຈີນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃໝ່ໆ​ອີກ​ສອງ​ຄົນ​ກໍ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ເຊັ່ນ​ກັນ. ໃນ​ນັ້ນ ນາງ ກູ​ໄອ້​ລີງ ທີ່​ໄດ້1​ຫຼຽນ​ຄຳ​​ແລ້ວນັ້ນ ຈະ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ຮອບ​​ຄັດ​ເລືອກຂອງ​ສະ​ກີ​ລີ​ລາ​ຂ້າມ​ສິ່ງກີດ​ຂວາງ​ຢູ່​ເທິງ​ຄ້ອຍ​ເພດ​ຍິງ​, ເຊິ່ງ​ລາຍ​ການນີ້​ໄດ້​ເລື່ອນ​ເວ​ລາ​ຈາກວັນ​ທີ13ກຸມ​ພາ​ມາ​​ເປັນວັນ​ທີ14ກຸມ​ພານີ້​ຍ້ອນ​ສະ​ພາບ​ອາ​ກາດ. ນອກ​ຈາກນີ້​ແລ້ວ ທ້າວ ຊູ່ອີ້​ມີງ ນັກ​ກິ​ລາ​ຈີນ​ຜູ້​ໄດ້​ຮັບ1​ຫຼຽນ​ເງິນແລ້ວນັ້ນ ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ​​ຂອງ​​ສະ​ກີ​ລີ​ລາ ແປ້ນດ່ຽວຊາຍ ຢູ່​ເຂດ​ແຂ່ງ​ຂັນ​ທີ່​ສວນ​ໂສ້​ກ່າງ​ປັກ​ກິ່ງ.