ທ່ານ​​ສີ​ຈິ້ນ​ຜິງ​ສົ່ງ​ສາ​ນ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ແຟ​ຣງ ວັນ​ເຕີ ສະ​ເຕນ​ໄມ​ເອີ​ທີ່​ໄດ້​ຮັບ​ ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ອີ​ກ​ສະ​ໄໝ​ໜຶ່ງ

2022-02-14 17:27:41 |ມາຈາກ: CRI

ວັນ​ທີ 13 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົ​ມ​ເຊີຍ​ໄປ​ຍັງ ທ່ານ​ແຟຣງ ວັນ​ເຕີ ​ສະ​ຕາຍໄມ​ເອີ ເພື່ອ​ຊົມ​ເຊີຍ​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ອີ​ກ​ສະ​ໄໝ​ໜຶ່ງ.

​ໃນສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ຈີນ ແລະ​ເຢຍ​ລະ​ມັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 50 ປີ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ກ​ານ​​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ເຢຍ​ລະ​ມັນ, ຍິນ​ດີ​​ຮ່ວມ​ກັບ​ທ່ານ​​ສຸມ​ຄວາມ​ພະ​ຍາ​ຍາມ​ນຳ​ກັນ, ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ເຢຍ​ລະ​ມັນ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.