ຈີນ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດໃນ​ເດືອ​ນມັງກອນ​ປີ 2022 ​ເພີ່ມ​ຂຶ້ນ 11,6%

2022-02-16 17:21:07 |ມາຈາກ: CRI

ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ມັງກອນ​ປີ​ນີ້, ຈີນ​ສາມາດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໄດ້​ເຖິງ 102,28 ຕື້ຢວນ, ​ເພີ່ມ​ຂຶ້ນ 11,6% ​​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນຂອງ​ປີກາຍ​ນີ້.

​​ເມື່ອເບິ່ງ​ຈາກ​ຂະແໜງການ, ຂະແໜງການບໍລິການສາມາດ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປ​ະ​​ເທດ​ດ​ໄດ້ 82,3 ຕື້ຢວນ, ເພີ່ມຂຶ້ນ 12,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2021.ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໃນ​ຂະ​ແໜງອຸດສາຫະກຳ​ເຕັກນິກ​ຂັ້ນ​ສູງໄດ້ເພີ່ມຂຶ້ນ 26,1 % ເມື່ອທຽບກັບໄລຍະດຽວກັນປີ 2021, ໃນນັ້ນ ອຸດສາຫະກຳການຜະລິດ​ເຕັກນິກ​ຂັ້ນ​ສູງໄດ້ເພີ່ມຂຶ້ນ 32%, ຂະແໜງການບໍລິການ​ເຕັກ​ນິກຂັ້ນ​ສູງໄດ້ເພີ່ມຂຶ້ນ 24,6%.

ເມື່ອເບິ່ງຈາກແຫຼ່ງທຶນ, ການລົງທຶນຂອງປະເທດທີ່ລຽບຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ ປະ​ເທດອາ​ຊຽນຕ່າງ​ກໍ່ໄດ້​​ເພີ່ມ​ຂຶ້ນ 28,4% ​ແລະ 29,1% ຕາມ​ລຳດັບ.

ຫາກເບິ່ງ​ຈາກ​ເຂດ​ແຄວ້ນ, ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ສູ່​ພາກ​ຕາ​ເວັນ​ອອກ, ພາກ​ກາງ ​ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຕ່າງກໍ່​ໄດ້​ເພີ່ມ​ຂຶ້ນ 8,7%, 46,2% ​ແລະ 42,2% ຕາມ​ລຳດັບ.