ເຕັກນິກ 212 ຢ່າງຖືກນຳໃຊ້ໃນງານກິລາໂອລິມປິກລະດູໜາວປັກກິ່ງ

2022-02-17 17:50:12 |ມາຈາກ: CRI

ນັບແຕ່ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຈັດຂຶ້ນເປັນຕົ້ນມາ, ເຕັກນິກວິທະຍາສາດກາຍເປັນຈຸດເດັ່ນອັນຫນຶ່ງທີ່ດຶງດູດສາຍຕາຂອງທົ່ວສັງຄົມ. ວັນທີ 16 ກຸມພານີ້, ຢູ່ສູນສື່ມວນຊົນທີ່ເຂດແຂ່ງຂັນປັກກິ່ງ , ຜູ້ຕາງຫນ້າພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງວິທະຍາສາດເຕັກໂນໂລຊີ ແລະຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງເປັນຕົ້ນໄດ້ແນະນຳສະພາບການຈັດງານກິລາໂອລິມປິກດ້ວຍເຕັກນິກວິທະຍາສາດໂດຍແຈ້ງໃຫ້ຮູ້ວ່າ: ເຕັກນິກ 212 ຢ່າງໄດ້ຖືກນຳໃຊ້ໃນງານກິລາໂອລິມປິກລະດູໜາວປັກກິ່ງເພື່ອສະໜັບສະໜູນໃຫ້ຈັດງານກິລາໂອລິມປິກລະດູໜາວຈັດຂຶ້ນ “ແບບງ່າຍດາຍ, ປອດໄພ ແລະ ໜ້າເບິ່ງຫນ້າຊົມ”.

ສິ່ງກໍ່ສ້າງຂອງສະໜາມກິລາຈຳນວນຫຼາຍສຳລັບງານກິລາໂອລິມປິກປັກກິ່ງໄດ້ຖືກຍ້ອງຍໍຢ່າງສູງຈາກວົງການຕ່າງໆ. ເຕັກນິກວິທະຍາສາດຍັງເຮັດໃຫ້ງານກິລາໂອລິມປິກລະດູໜາວເທືອນີ້ເປັນຕາເບິ່ງຫຼາຍກວ່າເກົ່າ. ໃນພິທີໄຂງານ ໄດ້ນຳໃຊ້ເຕັກນິກໃໝ່ຕ່າງໆ ເຊັ່ນ: ປັນຍາປະດິດ, 5G ແລະ 8K ເປັນຕົ້ນ ໄດ້ເຮັດໃຫ້ເຕັກນິກວິທະຍາສາດ ແລະ ແນວຄິດປະດິດສ້າງເຊື່ອມໂຍງເຂົ້າກັນໄດ້ເປັນຢ່າງດີເຮັດໃຫ້ການຈັດງານມີຄວາມສະຫງ່າງາມ ທັງໂລແມນຕິກ, ສາມາດເວົ້າໄດ້ວ່າ: “ການຈັດງານຄັ້ງນີ້ເຕັມໄປດ້ວຍການນຳໃຊ້ເຕັກນິກວິທະຍາສາດ”.