ນັກ​ກິ​ລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳອີກຫຼຽນ​ໜຶ່ງ​ໃນ​ປະ​ເພດ​ສະ​ກີ​ລີ​ລາ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​ເພດ​ຊາຍ​

2022-02-17 17:53:06 |ມາຈາກ: CRI

ວັນ​ທີ 16 ກຸມ​ພາ​ນີ້, ທ້າວ ຊີກວາງ​​ພູ ນັກ​ກິ​ລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳ​ໃນ​ປະ​ເພດ​ສະ​ກີ​ລີ​ລາ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​ເພດ​ຊາຍ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ເຊິ່ງ​ເປັນຫຼ​ຽນ​ຄຳຫຼ​ຽນ​ທີ 7 ​ສຳ​ລັບ​ຄະ​ນະ​ນັກ​ກິ​ລາ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້. ​ໃນ​ທີ່​ສຸດ, ທ້າວ ຊີກວາງ​​ພູ ອາ​ຍຸ 31 ປີ​ກໍ​ສາ​ມາດຊີງ​ໄດ້ຫຼຽນ​ຄຳໃນ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທີ 4. ມາ​ຮອດ​ປັດ​ຈຸ​ບັນ, ຄະ​ນະ​ນັກ​ກິ​ລາ​ຈີນ​ຊີງ​ໄດ້ຫຼຽນ​​ທັງ​ໝົດ 7 ຫຼຽນ​ຄຳ, 4ຫຼຽນ​ເງິນ ແລະ2ຫຼຽນ​ທອງ.

ຫຼັງ​ຈາກ ນາງ ຊວີ​ເມີ້ງ​ທາວ​ຊີງ​ໄດ້​ຫຼຽນ​ຄຳ​ແລ້ວ, ນັກ​ກິ​ລາ​ຈີນ​ປະ​ເພດ​ສະ​ກີ​ລີ​ລາ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ 4 ຄັ້ງ​ອີກ​ຄົນ​ໜຶ່ງ,ຄື: ທ້າວ ຊີກວາງ​​ພູ ກໍ​ສາ​ມາດ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເປັນ​ຈິງ​ໄດ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເຊັ່ນ​ກັນ. ໃນ​ການ​ແຂ່ງ​ຂັນ​ເທື່ອ​ທີ 2 ຂອງ​ຮອບ​ຊີ​ງ​ຊະ​ນະ​ເລີດ​ປະ​ເພດ​ສະ​ກີ​ລີ​ລາ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​ເພດ​ຊາຍ​, ໃນ​​ຈຳ​ນວນນັກ​ກິ​ລາ​ທັງ​ໝົດ 6 ຄົນ​ນັ້ນ, ມີ 5 ຄົນ​ ເຊິ່ງລວມ​ທັງ ທ້າວ ຊີກວາງ​​ພູໄດ້​ສະ​ແດງ​ລີ​ລາ​ໃນ​ທ່າ​ຍາກ​ທີ່​ສຸດ 5.000, ທ້າວ​ ຊີກວາງ​​ພູ ​ໄດ້​ແຂ່ງ​ຂັນ​ເປັນ​ຜູ້​ທີ 3 ໂດຍ​ໄດ້​​ສະ​ແດງ​ລີ​ລາ​ຢ່າງ​ສົມ​ບູນ​ແບບ ແລະໄດ້ 129 ​ຄະ​ແນນ, ​ຍາດໄດ້ຫຼຽນ​ຄຳ​ທີ່​ລາວ​ຄອຍ​ຄອງ​ມາ​ແຕ່​ດົນ​ແລ້ວ.